ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS Game: NFS Hot Pursuit Lite ເກມແຂ່ງລົດຈາກຄ້າຍ EA Game

FREE WARE, iOS Apps

ຫລັງຈາກທີ່ອອກເກມ Need For Speed Hot Pursuit ໃນ iOS ໄປໄດ້ດົນພໍສົມຄວນ, ປະຈຸບັນທາງ EA ກໍ່ໄດ້ອອກເວີຊັ່ນ Lite ຫລື ເວີຊັ່ນຟຼີອອກມາໃຫ້ຜູ້ໃຊ້ iPhone, iPod touch ແລະ iPad ໄດ້ລອງຫລິ້ນ,​ ລອງແຂ່ງກັນໃນເກມຊຸດນີ້ ຫລື Need For Speed Hot Pursuit Lite.

ໂດຍໃນເກມ Need For Speed Hot Pursuit ຈະເປັນເກມແຂ່ງລົດແນວໄລ່ລ່າກັນລະຫວ່າງຕຳຫລວດ ແລະນັກແຂ່ງ, ເຊິ່ງຈະມີສອງໂຫມດໃຫ້ຜູ້ໃຊ້ໄດ້ຫລິ້ນຄື ໂຫມດຕຳຫລວດ, ແລະໂຫມດທີ່ເປັນນັກແຂ່ງ. ແຕ່ສຳລັບລຸ້ນ Lite ນີ້ຈະມາໃຫ້ຜູ້ໃຊ້ iOS ໄດ້ທົດລອງຫລິ້ນໃນໂຫມດຂອງຜູ້ແຂ່ງຫນຶ່ງງານ ແລະ ເປັນຕຳຫລວດຫນຶ່ງງານ.

ເຊິ່ງຈາກທີ່ເຫັນໃນ Need For Speed Hot Pursuit ເວີຊັ່ນ Lite ແລ້ວ ກໍ່ອາດຈະພໍສຳລັບການທົດລອງຫລິ້ນ, ເພຶ່ອຄົນທີ່ຍັງບໍ່ແນ່ໃຈວ່າເກມນີ້ຈະມ່ວນ ຫລືບໍ່, ແຕ່ຫາກຕິດໃຈໃນເວີຊັ່ນຟຼີແລ້ວກໍຈັດການຊື້ເລີຍ ທີ່ App Store ໃນລາຄາ $4.99 ແຕ່ຫາກຢາກໄດ້ລາຄາຖືກ ກໍ່ຕ້ອງຖ້າໃຫ້ມີຊ່ວງລົດແລກແຈກແຖມກັນກ່ອນຈຶ່ງຈະໄດ້ຊື້ໃນລາຄາທີ່ຖືກ.

ແຕ່ຫາກຍັງບໍ່ເງິນຊື້ ຫລື ບໍ່ຢາກຊື້ເກມນີ້ກໍ່ດາວໂຫລດເວີຊັ່ນຟຼີ ຫລື ເວີຊັ່ນ Lite ໄປຫລິ້ນເພຶ່ອກະຕຸ້ນຄວາມມັນກ່ອນກໍ່ໄດ້, ແຕ່ iPhone, iPod touch, ແລະ iPad ຂອງທ່ານຕ້ອງເປັນ iOS 3.0 ຂຶ້ນໄປ ຈຶ່ງຈະສາມາດຫລິ້ນໄດ້.

ດາວໂຫລດ – http://itunes.apple.com/app/need-for-speed-hot-pursuit/

ລອງອ່ານກ່ຽວກັບ  Miro Video Player ທີ່ເປັນຫລາຍກວ່າ ໂປຼແກຼມເບິງຫນັງ ຟັງເພງ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.