ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[ລືກັນອີກຮອບ] iPhone 5 ມາກັບກ້ອງ 8ລ້ານ, ຫນ້າຕາບໍ່ປ່ຽນຈາກ iPhone 4

ຂ່າວໄອທີ, ໂທລະສັບ

ລ່າສຸດມີຂ່າວລືອອກມາວ່າ iPhone 5 ຫລື iPhone ລຸ້ນຕໍ່ໄປຈະບໍ່ມີຫນ້າຈໍທີ່ໃຫຍ່ຂຶ້ນ, ແລະຈະມີຫນ້າຕາຄ້າຍຄືກັບ iPhone 4, ຈະບໍ່ມາກັບ NFC chip. ສິ່ງທີ່ຈະເພີ່ມຂຶ້ນກໍ່ຈະເນັ້ນເປັນຮາດແວລ໌ພາຍໃນເປັນສ່ວນໃຫຍ່ຄື: ຈະມາກັບກ້ອງ 8ລ້ານພິກເຊວ (ຜະລິດໂດຍ SONY), CPU ຈະເປັນ A5 (ໂຕດຽວທີ່ໃຊ້ໃນ iPad 2), ຈະໃຊ້ baseband ຂອງ Qualcomm ທີ່ສາມາດຮອງຮັບທັງ GSM ແລະ CDMA, ແລ້ວກໍ່ຈະມີການປັບປຸງເສົາສັນຍານໃຫ້ໃຊ້ງານໄດ້ດີຂຶ້ນ.

ນອກນັ້ນໃນລາຍງານຍັງບອກວ່າ Apple ຈະເລີ່ມສາຍການຜະລິດ iPhone 5 ໃນທ້າຍໄຕມາດທີ 4 ຫລືປະມານເດືອນຕຸລາ, ແລະອາດຈະເປີດໂຕ iPhone 5 ໃນງານ ເປີດໂຕ iPod ລຸ້ນຕ່າງໆ. ເຊິ່ງນັ້ນຫມາຍຄວາມວ່າເຮົາອາດຈະບໍ່ໄດ້ເຫັນ Apple ເປີດໂຕ iPhone ລຸ້ນຕໍ່ໄປໃນງານ WWDC 2011 ທີ່ຈະຈັດຂຶ້ນໃນວັນທີ່ 6ມິຖຸນານີ້, ແຕ່ຈະໄປເຫັນໃນງານເປີດໂຕ iPod ແທນ. ຢ່າງໃດກໍ່ຕາມ ຂ່າວລືກໍ່ຍັງເປັນຂ່າວລື ເຊິ່ງກໍ່ອາດຈະເປັນຄວາມຈິງໄດ້ ແລະ ກໍ່ບໍ່ສາມາດເປັນຄວາມຈິງໄດ້ເຊັ່ນກັນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Apple ປ່ອຍ iOS 7 ໃຫ້ອັບເດດກັນຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.