ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LastPass ໂປຼແກຼມຮັກສາ ແລະ ຈັດການລະຫັດຜ່ານ ຄອບຈັບກະວານ

FREE WARE

ປະຈຸບັດລະດັບການຕັ້ງລະຫັດຜ່ານທີ່ປອດໄພນັ້ນເລີ່ມຈະສັບຊ້ອນຂຶ້ນທຸກມື້, ເຊິ່ງຊົມໃຊ້ອິນເຕີເນັດຢ່າງເຮົາໆ ກໍ່ຕ້ອງການຄວາມປອດໃຫ້ກັບບັນຊີຂອງຕົນ. ແລະຫລາຍບັນຊີກໍ່ຫລາຍລະຫັດຜ່ານ ແລະກໍ່ລຳບາກທີ່ຈະຈື່ລະຫັດທັງຫມົດໄດ້. ເຊິ່ງກ່ອນຫນ້ານີ້ທາງເວັບໄດ້ເຄີຍແນະນຳໂປຼແກຼມຈັດການລະຫັດຜ່ານທີ່ຊື່ 1Password ໄປແລ້ວແຕ່ນັ້ນອາດຈະມີຂໍ້ຈຳກັດສຳລັບເວີຊັ່ນຟຼີຫລືເວີຊັ່ນທົດລອງ. ສະນັ້ນມື້ນີ້ເລີຍຢາກມາແນະນຳຫນຶ່ງໂປຼແກຼມຊື່ LastPass ເຊິ່ງເປັນໂປຼແກຼມທີ່ຈະຈັດເກັບ, ຮັກສາ ແລະຊ່ວຍຈັດການລະຫັດຜ່ານຂອງທ່ານໄດ້ແບບຄອບຈັກກະວານ, ບໍ່ໄດ້ເວົ້າເວີ່ເນາະ ເພາະມັນຄອບຈັກກະວານແທ້ໆ, ບໍ່ວ່າທ່ານຈະຢູ່ໃສ, ໃຊ້ລະບົບປະຕິບັດການຫຍັງ, ຫລືອຸປະກອນຫຍັງ ກໍ່ຈະສາມາດເຂົ້າເຖິງ ແລະໃຊ້ງານໄດ້. ເພາະ LastPass ຈະຈັດເກັບຂໍ້ມູນຂອງເຮົາໄວ້ໃນ Cloud Computing ແລະຮອງຮັບທຸກລະບົບປະຕິບັດການ ລວມເຖິງເວັບບຼາວເຊີຫລັກໆທຸກປະເພດ.

LastPass ຈະເປັນໂຕຊ່ວຍຈົດຈຳລະຫັດຜ່ານ ແລະ ຕື່ມຂໍ້ມູນໃນ Form ໃຫ້ແບບອັດຕະໂນມັດ, ພຽງແຕ່ຫລັງຈາກທີ່ເປີດເວັບບຼາວເຊີຂຶ້ນມາແລ້ວ ກໍ່ໃຫ້ລັອກອິນເຂົ້າໄປດ້ວຍອີເມວ ແລະລະຫັດຜ່ານຫລັກ ເຂົ້າໄປເພຶ່ອເປີດໃຊ້ງານ. ຫລັງຈາກນັ້ນກໍ່ບໍ່ຈຳເປັນຕ້ອງໃສ່ລະຫັດຫຍັງອີກຕໍ່ໄປ. ໃນເວລາທີ່ເຂົ້າຍັງຫນ້າເວັບທີ່ມີການລັອກອິນ ກໍ່ຈະມີການແຈ້ງເຕືອນຂຶ້ນມາ ຖາມວ່າເຮົາຕ້ອງການຈະໃຫ້ LastPass ຕື່ມຂໍ້ມູນໃຫ້ຫລືບໍ່. ຫລືໃນກໍລະນີທີ່ມີການໃຊ້ User Name ແລະ ລະຫັດໃຫມ່ ຫລືໃນເວັບໄຊຕ໌ໃຫມ່ ມັນກໍ່ຈະຂຶ້ນມາຖາມອີກວ່າຕ້ອງການຈັດເກັບຂໍ້ມູນນັ້ນໄວ້ຫລືບໍ່.

ຈຸດເດັ່ນໆຂອງ LastPass ກໍ່ຄືມັນຈະເກັບລະຫັດຂອງເຮົາໄວ້ຕະຫລອດ ບໍ່ວ່າເຮົາຈະລົງວິນໂດໃຫມ່ ຫລື ປ່ຽນຄອມພິວເຕີ, ປ່ຽນໂທລະສັບ ຫລືອື່ນໆ ກໍ່ຈະຍັງສາມາດດຶງຂໍ້ມູນລະຫັດຂອງບັນຊີຕ່າງໆເປັນຫລາຍຊິບບັນຊີ ມາເພຶ່ອຊ່ວຍຕື່ມຂໍ້ມູນລົງໄປໄດ້ ພຽງເຮົາລັອກອິນບັນຊີ LastPass ຂອງເຮົາລົງໄປເທົ່ານັ້ນ ອີກທັງເຮົາກໍ່ບໍ່ຈຳເປັນຕ້ອງຈື່ວ່າລະຫັດນັ້ນແມ່ນຫຍັງອີກດ້ວຍ (ເຫມາະສົມກັບການໃຊ້ລະຫັດແບບ Generate ), ໃນ LastPass ຍັງມາກັບເຄື່ອງມືຊ່ວຍ Generate ລະຫັດຜ່ານໃຫ້ມີຄວາມປອດໄພອີກດ້ວຍ. ນອກຈາກຈະສະດວກ ແລະໃຊ້ງານງ່າຍແລ້ວ LastPass ຍັງມີຄວາມປອດໄພ ດ້ວຍການເຂົ້າລະຫັດລະຫວ່າງການສົ່ງຂໍ້ມູນຈາກອຸປະກອນໄປຍັງເຊີບເວີອີກດ້ວຍ.

LastPass ຮອງຮັບລະບົບປະຕິບັດການ Windows, Mac OS X, Linux, iOS, Android, HP WebOS, Symbian, Windows Phone, Blackberry ນອກນັ້ນຍັງຮອງຮັບເວັບບຼາວເຊີອີກຫລວງຫລາຍເຊັ່ນ: Google Chrome, FireFox, Internet Explorer, Opera ແລະ Safari ອີກດ້ວຍ.

ສົນໃຈເຂົ້າໄປຫາລາຍລະອຽດເພີ່ມເຕີມ ແລະດາວໂຫລດໄດ້ທີ່: http://lastpass.com

ລອງອ່ານກ່ຽວກັບ  ໂຕຖອນໂປຼແກຼມອອກຄອມພິວເຕີແບບຫມົດກ້ຽງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.