Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » ຂ່າວໄອທີ » ເຜີຍຕົ້ນແບບຂອງ iPod touch ມາພ້ອມກັບປຸ່ມ Home ແບບ Capacitive

ລ່າສຸດເວັບໄຊຕ໌ CrunchGear ໄດ້ນຳເອົາຮູບຕົ້ນແບບ iPod touch ມາໂພສລົງ, ເຊິ່ງ iPod touch ໂຕດັ່ງກ່າວນີ້ຈະມາກັບປຸ່ມ Home ແບບ Capacitive ຫລືແບບທີ່ສຳພັດເອົາ (ກົດບໍ່ລົງ :D ). ນອກນັ້ນ iPod ລຸ້ນນີ້ຍັງມາກັບຄວາມຈຸເຖິງ 128GB ເຊິ່ງຫລາຍກວ່າລຸ້ນປະຈຸບັນ ທີ່ຮູ້ກັນດີຄືລຸ້ນສູງສຸດຂອງ iPod touch ແມ່ນ 64GB. ສ່ວນໂຕເລກ Model ຂອງ iPod touch ລຸ້ນທີ່ລຸດອອກມານີ້ແມ່ນໄກ້ຄຽງກັບລຸ້ນປະຈຸບັນຫລາຍ ເຊິ່ງລຸ້ນປະຈຸບັນຈະເປັນ MC54xLL ແລະລຸ້ນທີ່ເຫັນຢູ່ນີ້ແມ່ນ MC550LL. ນອກຈາກນັ້ນ ຂ່າວນີ້ຍັງໄປເຂົ້າປະເດັນກັບຂ່າວ iPhone ລຸ້ນ 64GB ທີ່ລຸດອອກມາກ່ອນຫນ້ານີ້ ອີກດ້ວຍ.

ທີ່ມາ – CrunchGear

ສາມາດເບິງຮູບເພີ່ມເຕີມທ້າຍຂ່າວ:

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ