ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[ສິໄວກັນໄປຮອດໃສ] iOS 4.3.2 ສາມາດ Jailbreak ໄດ້ແລ້ວ

ຂ່າວດ່ວນ

ຫລັງຈາກທີ່ Apple ປ່ອຍ iOS 4.3.2 ອອກມາ ຍັງບໍ່ທັນຫາຍໃຈທົ່ວທ້ອງ, ບັນດານັກພັດທະນາເຄື່ອງມື Jailbreak ກໍ່ອອກມາ jailbreak iOS 4.3.2 ໄດ້ແລ້ວ ພ້ອມກັບເລີ່ມແຈກ ແຖມດ້ວຍວິທີເຮັດໃຫ້ອີກ, ເຊິ່ງການ Jailbreak iOS 4.3.2 ນີ້ຈະໃຊ້ເຄື່ອງມື PwnageTool.

ລຸ້ນທີ່ຮອງຮັບໃນການ Jailbreak ໃນ iOS 4.3.2 ນີ້ ໄດ້ແກ່ iPhone 4 GSM, iPad 1, iPod touch 3G ແລະ 4G. ສຳລັບ iPad 2 ນັ້ນຍັງບໍ່ສາມາດ Jailbreak ໄດ້ເທຶ່ອ, ຕ້ອງອົດທົນກັນຕໍ່ໄປ. ສຳລັບວິທີການເຮັດສາມາດເຂົ້າໄປເບິ່ງລາຍລະອຽດໄດ້ທີ່: Redmondpie

ທີ່ມາ – Redmondpie

ລອງອ່ານກ່ຽວກັບ  ມາແຮງ Mac OS X Lion ມີຍອດດາວໂຫລດ 1ລ້ານເທຶ່ອ ໃນມື້ທຳອິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.