ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Intel ບອກວ່າ: ການຖ່າຍໂອນຂໍ້ມູນຄວາມໄວ 50Gbps ຈະມາໃນປີ 2015

ຂ່າວໄອທີ

ຫລາຍຄົນອາດຈະໄດ້ເຫັນປະສິດທິບພາບ ຫລື ຮູ້ຈັກປະສິດທິພາບຂອງ Thunderbolt ໃນ Macbook Pro ກັນໄປແລ້ວວ່າ ສາມາດຖ່າຍໂອນຂໍ້ມູນໄດ້ດ້ວຍຄວາມໄວທີ່ 10Gbps. ແຕ່ປະຈຸບັນທາງ Intel ອອກມາບອກວ່າເທັກໂນໂລຢີທີ່ຈະສາມາດຖ່າຍໂອນຂໍ້ມູນໄດ້ໄວເຖິງຫ້າເທຶ່ອຂອງ ເທັກໂນໂລຢີ Thunderbolt ຈະພ້ອມໃຊ້ງານໃນອີກ 4ປີທາງຫນ້າ ຫລື 2015ນີ້ເອງແລ້ວ.

ເຊິ່ງເທັກໂນໂລຢີໃຫມ່ນີ້ຈະໃຊ້ Silicon photonic, ທີ່ລວມກັນລະຫວ່າງ Silicon ແລະ ສາຍໄຟເບຼີອອຟຕິກ ເພຶ່ອການຖ່າຍໂອນຂໍ້ມູນຄວາມໄວ 50Gbps ດ້ວຍຄວາມຍາວສູງສຸດຂອງສາຍຢູ່ທີ່ 100ແມັດ. ພ້ອມກັນນັ້ນ, ທາງ Intel ຍັງບອກວ່າເທັກໂນໂລຢີໃຫມ່ນີ້ ຈະອອກມາຮອງຮັບການໃຊ້ງານເທິງຄອມພິວເຕີ, ໂທລະສັບ Smart Phone, ແທັດເລັດ, ໂທລະທັດ ແລະອຸປະກອນອື່ນໆອີກດ້ວຍ.

ວ່າໄປແລ້ວ Thunderbolt ກໍ່ຫາແຕ່ຈະອອກໃຊ້ຢ່າງເປັນທາງການໃນ Macbook Pro ໃນເດືອນກຸມພາທີ່ຜ່ານມານີ້ເອງ, ແລະກໍ່ຍັງບໍ່ມີການໃຊ້ແພ່ຫລາຍໃນປະຈຸບັນ, ແຕ່ນີ້ ຕຽມທີ່ຈະອອກ ເທັກໂນໂລຢີໃຫມ່ອີກແລ້ວດ້ວຍຄວາມໄວ 50Gbps, ແລະກໍ່ຫວັງວ່າເມຶ່ອຮອດຍຸກນັ້ນ​ Internet ກໍ່ຈະໄວຂຶ້ນໄປຕາມໆກັນເນາະ.

ທີ່ມາ – PC World

ລອງອ່ານກ່ຽວກັບ  ຮູບລຸດ Google Nexus S ສີຂາວ ກຳລັງສິອອກວາງຂາຍ ໃນເອີຣົບ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.