ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ຍືນຍັນແລ້ວ IE10 ຈະບໍ່ສາມາດໃຊ້ໃນ Windows Vista ໄດ້

ຂ່າວໄອທີ

ລ່າສຸດມີລາຍງານອອກມາວ່າ Microsoft ໄດ້ໃຫ້ຄຳຍືນຍັນວ່າ Internet Explorer 10 ທີ່ກຳລັງຢູ່ໃນຂັ້ນພັດທະນາ ແລະກຳລັງປ່ອຍ preview ຢູ່ນີ້ ຈະບໍ່ຮອງຮັບ Windows Vista ບໍ່ວ່າຈະເປັນທັງ ລຸ້ນ Preview ທີ່ປ່ອຍອອກມາ ຫລື ຈະເປັນເມຶ່ອອອກເວີຊັ່ນເຕັມກໍ່ຕາມ. ນອກຈາກນັ້ນກໍ່ມີລາຍງານອີກວ່າ ມີຜູ້ໃຊ້ Windows Vista ທີ່ພະຍາຍາມຕິດຕັ້ງ IE 10 ລຸ້ນ Preview ທີ່ຫາກໍ່ປ່ອຍໄປນັ້ນ ຈະບໍ່ສາມາດຕິດຕັ້ງໄດ້, ແລະ ຍັງໄດ້ຮັບການເຕືອນບອກວ່າ ຕ້ອງເປັນ Windows 7 ຂຶ້ນໄປເທົ່ານັ້ນ.

ຢ່າງໃດກໍ່ຕາມ,​ ກ່ອນຫນ້ານີ້ທີ່ອອກ IE 9, Microsoft ກໍ່ໄດ້ຕັດຂາດ Windows XP ອອກໄປໃນລາຍຊື່ລະບົບປະຕິບັດການແລ້ວ ເຊິ່ງຫມາຍຄວາມວ່າ Windows XP ຈະບໍ່ສາມາດຕິດຕັ້ງ IE9 ລົງໄປໄດ້. ນອກຈາກ Windows XP ທີ່ບໍ່ສາມາດຕິດຕັ້ງ IE9 ໄດ້ແລ້ວ ສຳລັບ Windows Vista ເອງກໍ່ຖືກຕັດອອກໄປໃນລາຍຊື່ເຊັ່ນກັນ, ເຊິ່ງເປັນ Windows Vista Service Pack 1 ເທົ່ານັ້ນ. ນັ້ນຫມາຍຄວາມວ່າ ລະບົບປະຕິບັດການທີ່ສາມາດຕິດຕັ້ງ IE9 ໄດ້ນັ້ນ ຕ້ອງເປັນ Windows Vista Service Pack 2 ຂຶ້ນໄປເທົ່ານັ້ນ.

ທີ່ມາ – Computer World

ລອງອ່ານກ່ຽວກັບ  Internet Explorer 9 ເວີຊັ່ນເຕັມ ພ້ອມໃຫ້ດາວໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.