ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ອອກ Internet Explorer 10 ລຸ້ນ Preview ແລ້ວ?

ຂ່າວດ່ວນ, ຂ່າວໄອທີ

ຫລັງຈາກທີ່ Microsoft ອອກ Internet Explorer 9 ໄປເມຶ່ອບໍ່ດົນມານີ້, ປະຈຸບັນທາງ Microsoft ກໍ່ເຮັດວຽກຫນັກໃນເລື່ອງຂອງ Browser ໂດຍປະກາດອອກ Internet Explorer 10 ລຸ້ນ Preview ໃນງານ Mix11 developer conference ທີ່ຈັດຂຶ້ນໃນ Las Vegas ເພຶ່ອໃຫ້ຜູ້ໃຊ້ລະບົບປະຕິບັດການ Windows ໄດ້ດາວໂຫລດໄປທົດລອງກັນແລ້ວ.

ເຊິ່ງໃນ Internet Explorer 10 ລຸ້ນ Preview ນີ້ ຈະມີການປັບປຸງ ເລື່ອງການໄລ່ຄ່າຂອງສີໃນ CSS ແລະ ຮອງຮັບ Box Layout ໃນ CSS3, ຢ່າງໃດກໍ່ຕາມ, Internet Explorer 10 ລຸ້ນ Preview ນີ້ ຍັງບໍ່ທັນເປັນ Browser ເທຶ່ອ, ມັນເປັນພຽງເຟມຂອງ Internet Explorer 10 ທີ່ກຳລັງຢູ່ໃນຂັ້ນພັດທະນາ ເພຶ່ອໃຫ້ຜູ້ໃຊ້ໄດ້ທົດສອບປະສິດທິພາບ, ຫນ້າເວັບທີ່ Microsoft ຈັດໄວ້ໃຫ້ເທົ່ານັ້ນ. ເຊິ່ງຜູ້ໃຊ້ທ່ານໃດທີ່ຕ້ອງການດາວໂຫລດ ມາທົດສອບວ່າມັນເຮັດວຽກ ຫລື ສະແດງຜົນໄດ້ດີສ່ຳໃດນັ້ນ ສາມາດດາວໂຫລດໄດ້ທີ່ http://ie.microsoft.com/testdrive

ທີມາ – Mashable

ລອງອ່ານກ່ຽວກັບ  Facebook ປ່ອຍຟີເຈີ Facial Recognition ໃຫ້ກັບຜູ້ໃຊ້ທຸກຄົນແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.