ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ພ້ອມໃຫ້ບໍລິການເຊົ່າຫນັງອອນໄລນ໌ ເທິງເວັບໄຊຕ໌ Youtube ແລ້ວ

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດມີລາຍງານຈາກເວັບໄຊຕ໌ The Wrap ລາຍງານວ່າ, ຕອນນີ້ Google ພ້ອມໃຫ້ບໍລິການເຊົ່າຫນັງອອນໄລນ໌ເທິງເວັບໄຊຕ໌ Youtube ແລ້ວ, ເຊິງຫລັງຈາກທີ່ທາງເວັບໄດ້ເຂົ້າໄປເຊັກເບິງ ກໍ່ສັງເກດເຫັນວ່າບໍລິການເຊົ່າຫນັງໃນ Youtube ຖືວ່າພ້ອມໃຊ້ງານແລ້ວ ບໍ່ວ່າຈະເປັນລະບົບ FAQ, ການເຊື່ອມບັນຊີ Youtube ເຂົ້າກັບ Google Check Out ເພຶ່ອຈ່າຍຄ່າເຊົ່າຫນັງ ແລະພ້ອມກັນນັ້ນກໍ່ຍັງມີຫນັງຈາກຄ້າຍໆຕ່າງໆຍັງບໍ່ຫລາຍເທົ່າໃດເຊິ່ງໄດ້ແກ່ Sony, Warner, Universal, Lionsgate, Kino Lorber and ຄ້າຍຫນັງອິດສະລະທົ່ວໄປ.

ລາຄາໃນການເຊົ່າຫນັງເທິງ Youtube ຈະເລີ່ມຕັ້ງແຕ່ $0.99 ຈົນເຖິງ $19.99 ເຊິ່ງຜູ້ໃຊ້ ຫລື ຜູ້ທີ່ຕ້ອງການເຊົ່າຈະຕ້ອງຈ່າຍຜ່ານບໍລິການ Google Check Out ເທົ່ານັ້ນ ເຊິ່ງກໍ່ເປັນທີ່ຮູ້ກັນດີວ່າ Google Check out ຍັງສາມາດໃຊ້ໄດ້ໃນອາເມລິກາເທົ່ານັ້ນ. ເຊິ່ງໃນການເຊົ່ານີ້ຜູ້ໃຊ້ສາມາດເຂົ້າໄປເລືອກຫນັງທີ່ຕ້ອງການຢາກເຊົ່າ (ຕອນນີ້ຍັງມີບໍ່ຫລາຍ) ໂດຍເຂົ້າໄປທີ່ http://www.youtube.com/store, ຫລັງຈາກນັ້ນຄິກທີ່ຫນັງທີ່ຜູ້ໃຊ້ຕ້ອງການເຊົ່າ ແລ້ວມັນກໍ່ຈະພາໄປຍັງຫນ້າເບິ່ງຕົວຢ່າງຫນັງ ຫາກຕ້ອງການເຊົ່າກໍ່ສາມາດກົດເຊົ່າໄດ້ເລີຍທັນທີ.

ເຖິງວ່າການທີ່ຈະເລີ່ມໃຫ້ບໍລິການເຊົ່າຫນັງເທິງ Youtube ຈະຍັງນ້ອຍ ຫລື ມີຫນັງໃຫ້ເຊົ່າຫນ້ອຍກໍ່ຕາມ, ເພາະຜູ້ຂຽນເຊຶ່ອວ່າອີກບໍ່ດົນເມຶ່ອ Google ເປີດໂຕຢ່າງເປັນທາງການແລ້ວ ມັນອາດຈະມີຫນັງເພີ່ມຂຶ້ນມາຢ່າງວ່ອງໄວ ຈາກຫລາຍໆຄ້າຍຫນັງດັງອັນດັບໂລກ. ລວມເຖິງຜູ້ໃຊ້ເອງກໍ່ຈະສະດວກສະບາຍໃນການຮັບຊົມ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Google ເຜີ ປ່ອຍວິດີໂອ ຕົວຢ່າງ Android 3.0 Honeycomb

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.