ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອອກປຸ່ມ Google +1 ແຂ່ງກັບ ປຸ່ມ Like ຂອງ Facebook

ຂ່າວໄອທີ

ລ່າສຸດ Google ໄດ້ອອກບໍລິການໃຫມ່ຊື່ວ່າ +1 (Plus One) ເຊິ່ງເປັນບໍລິການຄ້າຍໆກັບປຸ່ມ Like ຂອງ Facebook ນັ້ນເອງ. ເຊິ່ງບໍລິການຂອງ +1 ຈະຖືກສະແດງຢູ່ທຸກບ່ອນເຊັ່ນ: ຜົນການຄົ້ນຫາຂອງ Google, ໂຄສະນາ ແລະລວມໄປເຖິງເວັບໄຊຕ໌ທົ່ວໄປ(ແຕ່ຕ້ອງຕິດເຂົ້າໄປໃນເວັບ) ອີກດ້ວຍ.

ເວົ້າງ່າຍໆກໍ່ຄື +1 ຂອງ Google ມັນກໍ່ຄື ປຸ່ມ Like ຫລື ປຸ່ມແນະນຳໃຫ້ຫມູ່ ຫລື ຄົນອື່ນໆໄດ້ຕັດສິນໃຈໃນສິ່ງທີ່ເຫັນໃນງ່າຍຂຶ້ນ. ເຊັ່ນວ່າ: ເມຶ່ອທ່ານຄົ້ນຫາຮ້ານອາຫານໃດຫນຶ່ງໃນ Google ຫາກຫມູ່ເພື່ອນ ຫລືຄົນອື່ນໆທີ່ໄປມາ ແລ້ວມັກ ຫລື ຖືກໃຈກໍ່ຈະມາກົດທີ່ຜົນການຄົ້ນຫານັ້ນໆ ແລະໃນເວລາທ່ານໄປເຫັນ +1 ສະແດງຢູ່ດ້ານລຸ່ມຂອງຜົນການຄົ້ນຫາແຕ່ລະໂຕ ແລະທ່ານກໍ່ຈະໄດ້ຮູ້ວ່າ ຫມູ່ຂອງທ່ານ ແລະ ຄົນອື່ນໆໄດ້ໄປໃຊ້ບໍລິການມາແລະເປັນທີ່ຖືກໃຈ.

ຢ່າງໃດກໍ່ຕາມປະຈຸບັນທາງ Google ຍັງບໍ່ໄດ້ເປີດບໍລິການນີ້ຢ່າງເປັນທາງການ ຫາກໃຜສົນໃຈຢາກທົດລອງໃຊ້ Google +1 ກ່ອນໃຜ ຫລື ຢາກໃຊ້ດຽວນີ້ກໍ່ເຂົ້າໄປທີ່ http://www.google.com/experimental/index.html ແລ້ວກໍ່ກົດທີ່ Join this experience ຂອງ Google +1 ຫລັງຈາກນັ້ນກໍ່ອອກໄປຄົ້ນຫາຫຍັງຈັກຢ່າງ ແລ້ວກໍ່ກົດທີ່ ປຸ່ມ +1 ຫນຶ່ງເທຶ່ອ ມັນກໍ່ຈະມີຫນ້າຕ່າງຂຶ້ນມາ ເພຶ່ອໃຫ້ທ່ານຍືນຍັນການໃຊ້ບໍລິການ Google +1 ຂອງທ່ານພຽງເທົ່ານີ້ບັນຊີ Google ຂອງທ່ານກໍ່ຈະພົບເຫັນ Google +1 ຢູ່ຫນ້າຄົ້ນຫາ ແລະໂຄສະນາຂອງ Google ລວມໄປເຖິງຫນ້າ Profile ຂອງທ່ານອີກດ້ວຍ.

ທີ່ມາ – Google Blog

ລອງອ່ານກ່ຽວກັບ  Google ອອກ ແອັບຯ Gmail ສຳລັບ iOS ແລ້ວ (ຮອງຮັບ iPad ດ້ວຍ)

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.