ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ Google Docs App ສຳລັບ Android ອອກມາໃຫ້ດາວໂຫລດແລ້ວ

Android Apps, ຂ່າວໄອທີ

ລ່າສຸດ Google ໄດ້ອອກ Google Docs ສຳລັບລະບົບປະຕິບັດການ Android ເພຶ່ອໃຫ້ຜູ້ໃຊ້ ໄດ້ສາມາດຄົ້ນຫາ, ເຂົ້າເຖິງ ແລະ ດັດແປງເອກະສານຕ່າງໆຂອງຕົນເອງທີ່ຢູ່ໃນ Google Docs ໄດ້ ໂດຍຜ່ານໂທລະສັບມືຖື ຫລື Tablet. ໂດຍໃນ Google Docs ສຳລັບ Android ນີ້, ມາພ້ອມກັບຄວາມສາມາດຫລາຍຫລັກໆກໍ່ຈະສາມາດສ້າງ ແລະ ແກ້ໄຂ ໄດ້ໃນໂທລະສັບມືຖື.

ນອກຈາກນັ້ນແລ້ວ Google Docs for Android ຍັງມີຄວາມສາມາດອື່ນໆອີກເຊັ່ນ:

  • ອັບໂຫລດ ແລະ Convert ໄຟລ໌ໄປເປັນ Google Docs Format
  • ສາມາດເປີດໄຟລ໌ເອກະສານຈາກ Google Docs ໃນບັນຊີຜູ້ໃຊ້ໄດ້ທັນທີ ບໍ່ວ່າຈະເປັນໄຟລ໌ Docs, PDF, ຮູບ ແລະ ອື່ນໆ
  • ແບງປັນ ຫລື ສົ່ງໄຟລ໌ເອກະສານໄປໃຫ້ຫມູ່ໃນລາຍຊື່ເບີຕິດຕໍ່ໃນໂທລະສັບໄດ້ອີກດ້ວຍ.
  • ທີເດັດທີ່ສຳຄັນແມ່ນ ສາມາດຖ່າຍຮູບເອົາໂຕຫນັງສື ຫລື ເອກະສານ ແລ້ວປ່ຽນມາເປັນ​ເອກະສານຂອງ Google Docs ໄດ້ພ້ອມຍັງແກ້ໄຂໄດ້ອີກດ້ວຍ. ເຊິ່ງໃຊ້ເທັກໂນໂລຢີ OCR.

ສຳລັບທ່ານໃດທີ່ໃຊ້ໂທລະສັບມືຖື Android ຫລື ແທັບເລັດກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ Android Market ໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ແຕ່ຕ້ອງເປັນ​ Android 2.1 ຂຶ້ນໄປ ຈຶ່ງຈະສາມາດໃຊ້ງານໄດ້.

ດາວໂຫລດ: https://market.android.com/details?id=com.google.android.apps.docs

ທີມາ – Google Docs Blog

ລອງອ່ານກ່ຽວກັບ  Droid X ຕົວ​ຈິງ​ມາ​ແລ້ວ, ໜ້າ​ຈໍ​ລະອຽດ​ກວ່າ iPhone 4?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.