ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເຜີຍວິດີໂອກ່ຽວກັບ ສູນຂໍ້ມູນຂອງຕົນເອງ ເພຶ່ອເພີ່ມຄວາມເຊຶ່ອຖື

Video, ຂ່າວໄອທີ

ລ່າສຸດ Google ໄດ້ອອກມາເຮັດວິດີໂອ ກ່ຽວກັບສູນເກັບຂໍ້ມູນ ຫລື Data Center, ເພຶ່ອເຮັດໃຫ້ມີຄວາມຫນ້າເຊຶ່ອຖືໃນລະດັບການໃຊ້ງານຂອງອົງກອນ ແລະ ບໍລິສັດຕ່າງໆ, ເຊິ່ງວິດີໂອກ່ຽວກັບສູນ Data Center ຂອງ Google ນັ້ນຈະເນັ້ນສາມດ້ານຫລັກໆຄື:

  1. ລະບົບຮັກສາມຄວາມປອດ ໂດຍໃຊ້ຫ່າງກາຍ: ລະບົບຮັກສາຄວາມປອດໄພ ເປັນລະບົບຄວາມປອດໄພລະດັບສູງ, ເຊິ່ງຈະມີເວນຍາມ 24ຊົວໂມງຕໍ່ມື້ ແລະ ເຈັດມື້ຕໍ່ອາທິດ (ຕະຫລອດເວລາ), ເຊິ່ງການທີ່ຈະເຂົ້າໄປສູນ Data Center ນັ້ນຈະຕ້ອງເປັນພະນັກງານ ຂອງ Google ຫລື ຫນ່ວຍງານຮັບຜິດຊອບເທົ່ານັ້ນ, ເຊິ່ງຈະຕ້ອງມີບັດ ເພຶ່ອຍືນຍັນໂຕ, ນອກນັ້ນ ເມຶ່ອຢ່າງເຂົ້າໄປທີ່ບ່ອນເຮັດວຽກກໍ່ຈະມີການຍືນຍັນໂຕອີກເທຶ່ອຫນຶ່ງ ໂດຍບັດພະນັກງານ ແລະ ເລກລັບສ່ວນສ່ວນໂຕ. ນອກນັ້ນຍັງຕ້ອງຍືນຍັນໂຕຕົນຜ່ານການກວດດວງຕາທຸກເທຶ່ອ (ເຊັກຕາ ເພຶ່ອຍືນຍັນຕົວຕົນ) ເພຶ່ອໃຫ້ຮູ້ແນ່ຊັດວ່າເປັນເຈົ້າຂອງບັດແທ້ໆ ແລະເປັນພະນັກງານແທ້ໆ.
  2. ການປົກປ້ອງຂໍ້ມູນຂອງຜູ້ໃຊ້: Google ມີການປົກປ້ອງຂໍ້ມູນຂອງຜູ້ໃຊ້ບໍ່ໃຫ້ຮົ່ວອອກໄປພາຍນອກ ຫລື ບ່ອນອື່ນໆໄດ້. Google ຈະປະກອດ ແລະ ຊ້ອມແປງ Server ທຸກໂຕເອງ ເຊິ່ງອຸປະກອນທັງຫມົດຈະມີຢູ່ໃນສູນ Data Center ທັງຫມົດ, ນອກນັ້ນ ກໍ່ຍັງມີການປ້ອງກັນຂໍ້ມູນສູນຫາຍ ໂດຍລະບົບການສຳຮອງຂໍ້ມູນ ແລະ ມີການກວດກາເລື່ອຍໆໂດຍພະນັກງານ, ເຊິ່ງໃນກໍລະນີ Hard Disk ບໍ່ເຮັດວຽກ ຫລື ເສຍຫາຍນັ້ນ, Hard Disk ດັ່ງກ່າວກໍ່ຈະຖືກທຳລາຍໂດຍເຄື່ອງທຳລາຍ, ແລະນຳໄປບົດເປັນປ່ຽງໆ ເພຶ່ອບໍ່ໃຫ້ແນ່ໃຈວ່າຈະບໍ່ຖືກນຳໄປໃຊ້ງານໄດ້ອີກ.
  3. ມີການດຳເນີນງານທີ່ຫນ້າເຊຶ່ອຖື: ທຸກຢ່າງ ທຸກຂັ້ນຕອນໃນການເຮັດວຽກໃນສູນ Data Center ນັ້ນຈະມີຕ້ອງມີການເຮັດວຽກຮ່ວມໆກັນທຸກຄັ້ງ ບໍ່ວ່າຈະກໍລະນີໃດກໍ່ຕາມ ແລະຍັງມີຂັ້ນຕອນຫລາຍຂັ້ນຕອນທີ່ລະອຽດ, ເຄັ່ງຂັດ ແລະ ມີຄວາມຫນ້າເຊຶ່ອຖື.

ນອກຈາກສາມຢ່າງນີ້ແລ້ວ, ສູນ Data Center ຂອງ Google ຍັງມີການໃຊ້ພະລັງງານທົດແທນອີກດ້ວຍ, ເພຶ່ອຮັກສາສິ່ງແວດລ້ອມ ດ້ວຍພະລັງງານລົມ ແລະແສງອາທິດ ເຊິ່ງຊ່ວຍປະຢັດພະລັງງານໄດ້ເຖິງ 50%. ຖືວ່າເປັນສູນ Data ທີ່ຮັກສາສິ່ງແວ້ນລ້ອມ ແລະ ມີປະສິດທິພາບສູງ ບໍ່ວ່າຈະທາງດ້ານການເຮັດວຽກ ແລະ ທາງດ້ານຄວາມປອດໄພ. ສາມາດເບິ່ງລາຍລະອຽດຈາກວິດີໂອທ້າຍຂ່າວໄດ້ ແລ້ວທ່ານຈະຮູ້ວ່າສິ່ງທີ່ເຫັນບໍ່ໄດ້ມີພຽງໃນຫນັງດັງລະດັບໂລກ.

ທີ່ມາ – Google Enterprise Blog

 

ລອງອ່ານກ່ຽວກັບ  Acer Stream ແອ​ນດຼອຍດ໌​ໂຟນ ຂອງ Acer

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.