ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ທ່ານຮູ້ ຫລືບໍ່ວ່າ ປະຈູບັນນີ້ຜູ້ໃຊ້ Gmail ສາມາດໂທໄປ ອາເມລິກາ ໄດ້ຟຼີ

ລາຍງານພິເສດ

ເລື່ອງທີ່ກຳລັງຈະນຳມາບອກນີ້ມັນອາດຈະບໍ່ແມ່ນເລື່ອງໃຫມ່ແຕ່ຢ່າງໃດ, ເພາະຫລາຍທ່ານອາດຈະຮູ້ກັນແລ້ວ, ແຕ່ຫລາຍຄົນກໍ່ອາດຈະຍັງບໍ່ຮູ້ ແລະບາງຄົນກໍ່ອາດຈະພໍ່ຮູ້ ແຕ່ຍັງບໍ່ແນ່ໃຈວ່າໄດ້ຫລືບໍ່, ເພາະເລື່ອງນີ້ແມ່ນການໃຊ້ Gmail ໂທຫາເບີໂທລະສັບໃນອາເມລິກາແບບຟຼີໆ ແລະ ບໍ່ຈຳກັດ. ເຊິ່ງກ່ອນຫນ້ານີ້ເຮົາກໍ່ໄດ້ຍິນເລື່ອງ Google voice ໄປແລ້ວ ທີ່ເປີດບໍລິການ VoIP ໂທຟຼີໃນປະເທດອາເມລິກາ ແລະ ແຄນາດາ. ແຕ່ຫນ້າເສຍດາຍໃນປະເທດລາວບໍ່ສາມາດສະຫມັກໃຊ້ງານ Google Voice ໄດ້ ເພາະ Google ຍັງເປີດບໍລິການຢູ່ພຽງແຕ່ອາເມລິກາເທົ່ານັ້ນ.

ສະນັ້ນ, ມື້ນີ້ເລີຍຢາກມາແນະນຳ ຫລືບອກກ່າວໃຫ້ຮັບຮູ້ກັນທ້ວນຫນ້າ ພ້ອມກັບວິທີການໂທເຂົ້າເບີໂທລະສັບ ໃນອາເມລິກາໂດຍຜ່ານບັນຊີ Gmail. ເພາະຫລັງຈາກທີ່ຜູ້ກ່ຽວກັບຫມູ່ຄົນຫນຶ່ງທີ່ຢູ່ທາງປະເທດລາວ ໄດ້ທົດລອງໃຫ້ຫມູ່ຄົນນັ້ນໃຊ້ບັນຊີ Gmail ຂອງລາວ ໂທໂດຍກົງເຂົ້າເບີໂທລະສັບສ່ວນໂຕຂອງຂ້າພະເຈົ້າທີ່ອາເມລິກາ, ເຊິ່ງຜົນປະກົດວ່າສາມາດໂທໄດ້ ແລະຟຼີ ໂດຍທີ່ຂ້າພະເຈົ້າ ຫລື ຜູ້ຮັບສາຍນັ້ນບໍ່ຈຳເປັນຕ້ອງມີບັນຊີ Gmail ຫລື ການເຊື່ອມຕໍ່ອິນເຕີເນັດໃດໆເລີຍ.

ວິທີການໃນການໂທກໍ່ງ່າຍໆສາມາດປະຕິບັດໄດ້ດັ່ງດັ່ງລຸ່ມນີ້:

1. ກ່ອນອື່ນທ່ານຕ້ອງລັອກອິນເຂົ້າໄປບັນຊີ Gmail ຫລື ຫາກຍັງບໍ່ມີກໍ່ສາມາດສະຫມັກໄດ້ທີ່ mail.google.com/mail/signup

2. ຫລັງຈາກ Log In ເຂົ້າໄປບັນຊີ Gmail ແລ້ວ, ກໍ່ໃຫ້ເລື່ອນໄປທີ່ທີ່ກ່ອງແຊັດທາງລຸ່ມ ເບື່ອງຊ້າຍມື, ແລ້ວຄິກທີ່ Call Phone ຕາມຮູບດ້ານລຸ່ມນີ້.

3. ຫລັງຈາກທີ່ຄິກທີ່ Call Phone ແລ້ວ, ກໍ່ຈະມີກ່ອງ Key pad ຂຶ້ນມາທາງດ້ານລຸ່ມ ເບື້ອງຂວາມື, ແລ້ວກໍ່ເລືອກປະເທດທີ່ຈະໂທ (ຟຼິສະເພາະອາເມລິກາ ແລະ ແຄນາດາ) ໂດຍໃສ່ເລກຫມາຍປາຍທາງລົງໄປເລີຍ, ບໍ່ຈຳເປັນຕ້ອງໃສ່ລະຫັດປະເທດກ່ອນ.

ມາຮອດນີ້ບົດຄວາມແນະນຳກໍ່ຫມົດເທົ່ານີ້, ຫາກໃຜທົດລອງແລ້ວບໍ່ໄດ້, ຫລືມີບັນຫາຫຍັງ ກໍ່ສາມາດມາສະແດງຄວາມຄິດເຫັນໄດ້ ໃນກ່ອງສະແດງຄວາມເຫັນດ້ານລຸ່ມເລີຍ.

 

ອັບເດດ: ປະຈຸບັນ Google ໄດ້ເປີດບໍລິການນີ້ໃນປະເທດລາວແລ້ວ, ສະນັ້ນຈະບໍ່ສາມາດໂທຟຼີໄດ້ອີກຕໍ່ໄປ. ແຕ່ຈະເປັນໂທນາທີລະ 2cent ຫລື 150-160ກີບຕໍ່ນາທີ ເທົ່ານັ້ນ.

ລອງອ່ານກ່ຽວກັບ  google ເພີ່ມຟິເຈີລ ລາກຮູບໄປວາງໃນ google Docs

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ແຕ່ລະເທື່ອນີ້ມັນໂທໄດ້ດົນບໍ່ລະ
    ຊັ້ນຮ້ານໂທໄປຕ່າງປະເທດມັນກ່າມີແຕ່ໄດ້ຕີ

    1. ມັນໂທໄດ້ດົນ ແລະ ບໍ່ຈຳກັດ… ແຕ່ມັນອາດຈະຕັດເປັນບາງເທຶ່ອ ຂຶ້ນກັບອິນເຕີເນັດຂອງຜູ້ໂທ… ອັນຮ້ານທີ່ກະເຈົ້າຮັບໂທໄປຕ່າງປະເທດນັ້ນ ກະເຈົ້າບໍ່ໄດ້ເຮັດແບບນີ້ດອກ ເພາະບໍລິການນີ້ Google ຫາກະເປີດໃຫ້ໃຊ້ມາບໍ່ດົນນີ້

  2. ເຮົາລອງໃຊ້ໂທເຂົ້າມືຖືເຮົາທຳອິດກະໄດ້ຢູ່ໄດ໋ ບາດນັ້ນເຮົາວາງລະໂທໃໝ່ບໍ່ໄດ້ ແຕ່ໂທໄປອາເມລິການີ້ໄດ້ເລີຍ

    1. ກໍ່ບອກແລ້ວວ່າ ໄດ້ສະເພາະອາເມລິກາ. ແຕ່ທີ່ໂທໄດ້ທຳອິດນັ້ນ ອາດຈະແມ່ນເງິນໂບນັດທີ່ Google ເອົາໃຫ້ຕິເບາະ…

    1. ເຈົ້າສະຫມັກໃຫມ່ຫວາ. ຫລືໃຊ້ມາແຕ່ດົນແລ້ວ. ຫາກໃຊ້ມາແຕ່ດົນແລ້ວເຈົ້າສະຫມັກຢູ່ໂຊນໃດ. ຫາກໃສ່ລາວ ຫລືປະເທດອື່ນກໍ່ຈະບໍ່ສາມາດເຫັນໄດ້.

  3. ຂ້ອຍລອງໂທເບີ່ງແລ້ວ ໂທໄດ້ແທ້ ແຕ່ ຄ່າເນັດຂ້ອຍເຫຼືອ 0 ອາດຈະເປັນເພາະຂ້ອຍໃຊ້ແບບ Limited Packet ຕິເນາະ! ( ຄິດໄປແລ້ວບໍ່ຄຸ້ມເລີຍ )

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.