ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Galaxy S ຈະໄດ້ອັບເດດເປັນ Android 2.3 ກ່ອນຫມົດເດືອນນີ້

ຂ່າວດ່ວນ, ໂທລະສັບ

ລ່າສຸດມີລາຍງານຈາກທາງ Samsung hub ລາຍງານວ່າໄດ້ພົບເຫັນທະວິດເຕີຂອງ ThreeUK ຜູ້ໃຫ້ບໍລິການໂທລະສັບລາຍໃຫຍ່ຂອງອັງກິດ, ໄດ້ຕອບທະວິດເຕີຂອງຜູ້ Follow ທີ່ຖາມເຂົ້າມາທຳນອງວ່າ:​ “ເມຶ່ອໃດທີ່ Android 2.3 ຈະອອກມາ.” ແລະກໍ່ໄດ້ຄຳຕອບຈາກທາງ ThreeUK ວ່າ: “ຄາດການວ່າຫນ້າຈະອີກປະມານສອງ ສາມອາທີດທາງຫນ້ານີ້, ແຕ່ຍັງບໍ່ສາມາດຍືນຍັນວັນທີໄດ້ແນ່ຊັດ.” ເຊິ່ງນັ້ນຫມາຍຄວາມວ່າ ຫນ້າຈະບໍ່ກາຍເດືອນນີ້ຢ່າງແນ່ນອນ.

ຢ່າງໃດກໍ່ຕາມ, ຫາກ Samsung ກຳລັງຈະປ່ອຍໃຫ້ Galaxy S ໄດ້ອັບເດດເປັນ Android 2.3 ແທ້, ກໍ່ຫມາຍຄວາມວ່າໃນປະເທດອື່ນໆ, ຫລື ຜູ້ໃຊ້ລາຍອື່ນໆ ກໍ່ຈະສາມາດອັບເດດໄດ້ໃນເວລາດຽວກັນ ຫລື ອາດຈະຊ້າກ່ອນເລັກຫນ້ອຍ.

ທີ່ມາ – ThreeUK Twitter ຜ່ານ Samsung Hub

ລອງອ່ານກ່ຽວກັບ  ຂ່າວລື Samsung Galaxy S 2 ແລະ Galaxy Tab 2 ກຳລັງຈະມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.