ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Free App ໃນ Android Market ແຊງຫນ້າ Free App ຂອງ iPhone ແລ້ວ

ຂ່າວໄອທີ

ລ່າສຸດມີຂ່າວດີສຳລັບຜູ້ໃຊ້ Android ທີ່ບໍ່ມັກຊື້ App ໃນໃຫ້ອຸປະກອນ Android ຂອງຕົນເອງ, ເຊິ່ງນັ້ນກໍ່ຄືຍອດ Free App ໃນ Android Market ປະຈຸບັນມີຫລາຍກວ່າ Free App ໃນ App Store ຂອງ Apple ແລ້ວ.

ໂດຍໂຕເລກຂອງ Free App ໃນ Android Market ປະຈຸບັນມີ 134,342 App ສ່ວນ Free App ໃນ App Store (ສະເພາະ iPhone ບໍ່ລວມຂອງ iPad) ນັ້ນມີພຽງ 121,845 App ເທົ່ານັ້ນ. ຖືວ່າເປັນໂຕເລກທີ່ສູສີກັນຫລາຍ. ຢ່າງໃດກໍ່ຕາມ ຍອດ Paid App ໃນ Android Market ນັ້ນມີພຽງ 1ສ່ວນ 3 ຂອງ Paid App ສຳລັບ iOS ເທົ່ານັ້ນ.

ສະຫລຸບຍອດ Application ຂອງແຕ່ລະເຈົ້າໃນປະຈຸບັນມີດັ່ງນີ້:

  • iPad App ມີທັງຫມົດ 75,755 App ແລະໃນນັ້ນຈຳນວນ App ທີ່ອອກມາໃຫ້ສະເພາະ iPad ມີ 34,120 App ເຊິ່ງທັງຫມົດມີການຂະຫຍາຍໂຕຂຶ້ນມາ 17%
  • iPhone, iPod touch App ມີທັງຫມົດ 333,214 App ຟຼີ App ຈຳນວນ 121,845 App ມີການຂະຫນາຍໂຕຂຶ້ນມາ 6%
  • App World ປະຈຸບັນມີ 26,771 App ເຊິ່ງມີການຂະຫຍາຍໂຕຂຶ້ນມາຈຳນວນ 21%
  • Android market ປະຈຸບັນມີທັງຫມົດ 206,143 App ເຊິ່ງມີ Free App ສູງທີ່ສຸດຄື 134,342 App ແລະຍອດການຂະຫຍາຍໂຕຢູ່ທີ່ 16%.
  • Ovi Store ປະຈຸບັນມີຍອດ App ທັງຫມົດຈຳນວນ 29,920 App ໂດຍຂະຫຍາຍໂຕຂຶ້ນມາ 10%
  • ສຳລັບ Windows Phone 7 ນັ້ນປະຈຸບັນມີຍອດເພີ່ມຂຶ້ນມາເປັນ 11,731 App ແລ້ວ, ເຊິ່ງເພີ່ມຂຶ້ນມາຈາກແຕ່ກ່ອນເຖິງ 38%

ທີ່ມາ – Techcrunch

ລອງອ່ານກ່ຽວກັບ  ARNOVA 7 ເປີດໂຕແທັບເລັດ ຂະຫນາດ 7ນິ້ວ ໃຊ້ Android 2.2 ລາຄາ $99

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.