ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຈົບກັນ Flock ເວັບບຼາວເຊີ ສຳລັບສັງຄົມອອນໄລນ໌, ແລ້ວ RockMelt ເດ?

social media, ຂ່າວໄອທີ

ລ່າສຸດທາງຜູ້ພັດທະນາ Flock ເວັບບຼາວເຊີ ທີ່ຢູ່ກັບຜູ້ໃຊ້ມາຈົນຮອກອາຍຸ 5ປີ, ກຳລັງຈະປິດໂຕລົງໃນວັນທີ່ 26ເມສາ 2011 ນີ້, ໂດຍການຈົບຊີວິດຂອງ Flock ໃນເທຶ່ອນີ້ ກໍ່ໃຊ້ເວລາບໍ່ດົນ ຫລັງຈາກທີ່ທາງ Zynga ເຂົ້າຊື້ກິດຈະການຂອງ Flock ໃນຊ່ວງຕົ້ນປີທີ່ຜ່ານມາ. ປະຈຸບັນທາງ Flock ກໍ່ກຳລັງເຮັດວຽກໃຫ້ກັບ Zynga ໃນການພັດທະນາທາງດ້ານ Social Gaming ເພຶ່ອຕຽມອອກເກມໃຫມ່ໆໃນອານາຄົດທາງຫນ້າ. ນອກນັ້ນ ທາງ Flock ກໍ່ໄດ້ແນະນຳໃຫ້ຜູ້ໃຊ້ເລືອກ ອັບເກດ ຫລື ປ່ຽນໄປໃຊ້ເວັບບຼາວເຊີ່ ຢ່າງ Chrome ແລະກໍ່ FireFox ແທນ.

Flock ເປັນເວັບບຼາວເຊີ່ ທີ່ໃຊ້ພັດທະນາໂດຍພື້ນຖານຂອງ Chromium  Open Source Web Browser ເຊິ່ງເລີ່ມອອກໃຊ້ໃນວັນທີ່ 11ເມສາ ປີ 2005. ເວົ້າງ່າຍໆ Flock ກໍ່ຄື Google Chrome ທີ່ມາພ້ອມກັບ Addon ແລະ ປ່ຽນໂສມຫນ້າ, ເພາະມັນຈະໃຊ້ແກນດຽວກັບ Google Chrome ຂອງ Google ແຕ່ຈະເປັນປ່ຽນແປງຫນ້າຕາ ແລະ ເພີ່ມຄວາມສາມາດຕ່າງໆເຂົ້າໄປ ໃຫ້ເຫມາະສົມກັບການໃຊ້ງານເທິງສື່ສັງຄົມອອນໄລນ໌ຕ່າງໆ ບໍ່ວ່າຈະເປັນ Facebook, Twitter, Linkedin ແລະອື່ນໆ.

ໃນການຢຸດການພັດທະນາຂອງ Flock ເທຶ່ອນີ້ ຍັງບໍ່ຮູ້ສາເຫດທີ່ແນ່ຊັດວ່າ ຢຸດພັດທະນາຍ້ອນຫັນປ່ຽນໄປເຮັດວຽກກັບ Zynga ຫລື ຢຸດພັດທະນາຍ້ອນຄວາມນິຍົມ ຫລື ຜູ້ໃຊ້ບໍ່ເຖິງເປົ້າຫມາຍກັນແທ້, ແຕ່ຫາກເປັນຍ້ອນຄວາມນິຍົມບໍ່ສູງ ກໍ່ເຮັດໃຫ້ຜູ້ໃຊ້ຢ່າງເຮົາໆຄວາມຈັບຕາເບິງ RockMelt ເຊິ່ງເປັນນ້ອງໃຫມ່ໃນເລື່ອງ Social Browser ຄືກັນກັບ Flock ວ່າຈະຢູ່ໄດ້ດົນປານໃດ ແລະ ຈະໄດ້ຮັບຄວາມນິຍົມຫລາຍເທົ່າໃດ.

ທີ່ມາ –  Mashable

ລອງອ່ານກ່ຽວກັບ  ວິດີໂອ ງານ Google I/O ມາເບິງຄວາມກ້າວຫນ້າຂອງເທັກໂນໂລຢີ Google

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.