ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກຳລັງມາແຮງ Dropbox ມີຖານຜູ້ໃຊ້ໃນປະຈຸບັນສູງເຖິງ 25ລ້ານ User

ຂ່າວໄອທີ

ລາຍງານລ່າສຸດກ່ຽວກັບບໍລິການຝາກໄຟລ໌ຊື່ດັ່ງຢ່າງ Dropbox ໄດ້ອອກມາປະກາດສະຖິຕິຂອງບໍລິຝາກ ແລະ ແຊຂອງຕົນເອງວ່າ ປະຈຸບັນ Dropboxມີຍອດຜູ້ໃຊ້ສູງເຖິງ 25ລ້ານ User ແລ້ວ, ເຊິ່ງເປັນໂຕເລກທີ່ເພີ່ມຂຶ້ນມາສູງຈາກປີທີ່ຜ່ານມາແບບຂ້າມຂັ້ນ ເມຶ່ອທຽບກັບປີທີ່ຜ່ານມາ ທີ່ມີຍອດຜູ້ໃຊ້ພຽງແຕ່ 4ລ້ານ User ເທົ່ານັ້ນ (ປະກາດເມຶ່ອເດືອນມັງກອນ ປີ 2010). ນອກນັ້ນ ທາງ Dropbox ຍັງເຜີຍອີກວ່າ ປະຈຸບັນມີຍອດການອັບໂຫລດ ຫລື ຈັດເກັບໄຟລ໌ຂຶ້ນໄປເທິງ Cloud Server ຂອງຕົນແມ່ນຢູ່ປະມານ 200ລ້ານໄຟລ໌ຕໍ່ມື້ ແລະ ຫລາຍກວ່າ 1ລ້ານໄຟລ໌ ໃນທຸກໆ 5ນາທີອີກດ້ວຍ.

ສະຖິຕິຂອງ Dropbox ແມ່ນເລີ່ມມີຍອດຜູ້ໃຊ້ເຖິງ 2ລ້ານ User ໃນປີ 2009 ແລະເພີ່ມຂຶ້ນມາເປັນ 4ລ້ານໃນຕົ້ນປີ 2010 ແລະ ກໍ່ 25ລ້ານ User ໃນປະຈຸບັນ. ອາດຈະເປັນດ້ວຍຄວາມທີ່ໃຊ້ງານງ່າຍ ແລະມີຢູ່ເກືອບທຸກລະບົບປະຕິບັດການ ຂອງອຸປະກອນຕ່າງໆ ຈຶ່ງເຮັດໃຫ້ Dropbox ສາມາດມີຖານຜູ້ໃຊ້ເພີ່ມຂຶ້ນຢ່າງໄວວາ, ອິກທັງ ຍັງມີພື້ນທີ່ສຳລັບຜູ້ໃຊ້ແບບຟຼີ ໃຫ້ສູງເຖິງ 2GB ແລະຍັງສາມາດ Sync ກັບຄອມພິວເຕີ ໄດ້ຫລາຍຫນ່ວຍ ແລະ ຫລາຍອຸປະກອນພ້ອມໆກັນ.

ຢ່າງໃດກໍ່ຕາມ ບໍລິການຂອງ Dropbox ຖືວ່າເປັນບໍລິການຫນຶ່ງທີ່ຫນ້າສົນໃຈ ແລະ ຢາກແນະນຳໃຫ້ທ່ານຜູ້ອ່ານໄດ້ທົດລອງໃຊ້ເບິງ ເພາະມັນບໍ່ໄດ້ເປັນບໍລິການຝາກໄຟລ໌ເທິງຫນ້າເວັບທີ່ເຮົາເຫັນກັນໃນປະຈຸບັນ ແຕ່ມັນເປັນການຝາກໄຟລ໌ສ່ວນໂຕທີ່ມີຄວາມປອດໄພ ແລະ ສະດວກ ອີກທັງຍັງໃຊ້ງານງ່າຍອີກດ້ວຍ. ຫາກສົນໃຈກໍ່ເຂົ້າໄປເບິງລາຍລະອຽດໄດ້ທີ່ລິ້ງທາງດ້ານລຸ່ມນີ້ໄດ້ເລີຍ.

http://www.souliyo.com/2010/10/dropbox-everywhere-shared-and-sync

ທີ່ມາ – Techcrunch

ລອງອ່ານກ່ຽວກັບ  ຍອດຜູ້ໃຊ້ IE ລຸດລົງຕຳກວ່າ 60% ເປັນເທຶ່ອທຳອິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.