ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Drama ລະຫວ່າງ Apple, Google ແລະຜູ້ໃຊ້ ກັບການ Tracking Location

ຂ່າວໄອທີ

ວ່າຈະບໍ່ຂຽນຂ່າວນີ້ອອກມາ ເພາະກ່ອນຫນ້ານີ້ຜູ້ຂຽນເອງກໍ່ເຫັນເປັນພຽງເລື່ອງນ້ອຍໆ ແຕ່ປະຈຸບັນມັນກາຍເປັນເລື່ອງໃຫຍ່ໄປແລ້ວ ສະນັ້ນກໍ່ເປັນໄປບໍ່ທີ່ຈະບໍ່ມານຳສະເຫນີໃຫ້ທ່ານຜູ້ອ່ານໄດ້ຮັບສາບກັນທົ່ວເຖິງ. ເຊິ່ງເລື່ອງນີ້ຈະກ່ຽວກັບຜູ້ໃຊ້ iOS (iPhone, iPad, iPod touch), Google Android ແລະກໍ່ເລື່ອງຂອງ Tracking Location (ຫລືການເກັບກຳຂໍ້ມູນພິກັດຂອງຜູ້ໃຊ້).

ເລື່ອງນີ້ເກີດຂຶ້ນເມຶ່ອມີສອງນັກພັດທະນາ ຫລືອາດຈະເອີ້ນເປັນແຮັກເກີກໍ່ໄດ້, ໄດ້ຄົ້ນພົບຫລື ພົບເຫັນ ແລະໄດ້ເຜີຍການທຳງານຂອງ iOS ວ່າ: ໄດ້ເກັບຂໍ້ມູນພິກັດ ຫລືສະຖານທີ່ຕ່າງໆທີ່ຜູ້ໃຊ້ໄດ້ມີການເຊື່ອມຕໍ່ກັບບໍລິການໂທລະສັບ ລວມເຖິງ Wifi ໄວ້ໃນຖານຂໍ້ມູນຂອງອຸປະກອນ iOS ເປັນຕົ້ນແມ່ນ iPhone. ເຊິ່ງທີ່ເປັນປະເດັນກໍ່ຄືຂໍ້ມູນສະຖານທີ່ຕ່າງໆທີ່ຜູ້ໃຊ້ໄດ້ໄປມາ ຫລື ໄດ້ມີການເຊື່ອມຕໍ່ນັ້ນຈະຖືກເກັບໄວ້ໂດຍບໍ່ໄດ້ເຂົ້າລະຫັດຄວາມປອດໄພໃດໆ ອີກທັ້ງບໍ່ເຄີຍຖືກລຶບອອກຕັ້ງແຕ່ຄັ້ງທຳອິດທີ່ເປີດໃຊ້ງານ, ແລະ ບໍ່ວ່າຈະທຳການຕັ້ງຄ່າຈາກໂຮງງານ ຂໍ້ມູນນັ້ນກໍ່ຈະຍັງຄົງຢູ່ເຊັ່ນເຄີຍ. ຢ່າງໃດກໍ່ຕາມການພົບປັນຫາ ຫລື ພົບການເກັບຂໍ້ມູນພິກັດດັ່ງກ່າວນັ້ນ, ໄດ້ມີການກວດສອບແລ້ວວ່າ Apple ບໍ່ໄດ້ນຳຂໍ້ມູນນັ້ນຂຶ້ນໄປເທິງ Server ແຕ່ຢ່າງໃດ. ທີ່ມາ – Radar Oreilly

ແຕ່ຂ່າວນີ້ເບິ່ງຄືຈະງຽບລົງໄປແລ້ວ, ແຕ່ຫລັງຈາກນັ້ນເວລາສອງມື້ ກໍ່ມີຜູ້ໃຊ້ສອງຄົນຊື່ Ajjampur ແລະ Devito ອອກມາຢື່ນຟ້ອງ Apple ກັບສານສູງສຸດຂອງ ລັດອິລິນອຍ ປະເທດອາເມລິກາ, ໃນກໍລະນີລະເມີດຄວາມເປັນສ່ວນໂຕຂອງຜູ້ໃຊ້ ໂດຍການເກັບກຳພິກັດ ຫລື ສະຖານທີ່ຕ່າງໆທີ່ຜູ້ໃຊ້ໄດ້ມີການເຊື່ອມຕໍ່. ເຊິ່ງການຟ້ອງຮ້ອງນີ້ ທາງໂຈດທັງສອງກໍ່ຂໍຮຽກຮ້ອງໃຫ້ Apple ຢຸດ ຫລື ລະງັບການເກັບຂໍ້ມູນພິກັດຂອງຜູ້ໃຊ້ ພ້ອມດ້ວຍ ການຂໍເງິນຄືນຈາກສິນຄ້າຂອງ Apple ທີຕົນເອງບໍ່ໄດ້ໃຊ້ງານ ຫລັງຈາກທີ່ຮູ້ວ່າ Apple ເກັບກຳພິກັດຂອງຜູ້ໃຊ້. ທີ່ມາ – Digitaltrends

ຫລັງຈາກສອງເຫດການນີ້ Apple ກໍ່ຍັງຄົງເກັບໂຕ ແລະປິດປາກງຽບເພຶ່ອເບິງສະຖານນະການ ແລະ ວາງແຜນຮັບມື ຕາມແບບແຜນເດີມທີ່ມີຢູ່, ເຊິ່ງພໍຫລັງຈາກນັ້ນ, ເລື່ອງນີ້ກໍ່ເລີ່ມອອກມາເປັນຂ່າວໃຫຍ່ ແລະເປັນ Topic Of the Week ໃນຫລາຍໆເວັບໄຊຕ໌ ແລະ ຫລາຍໆສຳນັກຂ່າວ, ຈຶ່ງເຮັດໃຫ້ມີ ສະມາຊິກສະພາລາຍຫນື່ງຊື່ Ed Markey ອອກມາເປັນຂະບວນນຳພາເພຶ່ອຫາຄຳຕອບ ໂດຍການຂຽນຈົດຫມາຍໄປຍັງ Steve Jobs CEO ຂອງ Apple ເພຶ່ອສອບຖາມ ແລະ ຂໍຄຳຊີ້ແຈງກ່ຽວກັບເລື່ອງການເກັບພິກັດຂອງຜູ້ໃຊ້. ພ້ອມກັນນັ້ນ ລັດຖະບານຈາກຫລາຍໆປະເທດກໍ່ບໍ່ນິ້ງນອນໃຈ, ອອກມາສອບຖາມ ແລະ ຂໍຄຳສີ້ແຈງໃນເລື່ອງດຽວກັນນີ້ ຄືການເກັບພິກັດຂອງຜູ້ໃຊ້. ເຊິ່ງບັນດາປະເທດເຫລົ່ານັ້ນໄດ້ແກ່: ຟຣັ່ງ, ເຢຍລະມັນ, ອິຕາລີ່,ເກົາຫລີ ແລະ ໄຕ້ຫວັນ. ທີ່ມາ – LA Times, Arirang

ຕໍ່ມາກໍ່ເຮັດໃຫ້ສານສູງສຸດຂອງລັດ ອິລິນອຍ ໃນອາເມລິກາ ສົ່ງຫມາຍເຊີນໃຫ້ Apple ແລະ Google ເຂົ້າມາໃຫ້ການຊີ້ແຈງເລື່ອງຕ່າງໆກ່ຽວກັບກໍລະນີເກັບຂໍ້ມູນພິກັດຂອງຜູ້ໃຊ້, ວ່າເປັນລັກນະສະໃດ ຫລືຕ້ອງອະນຸຍາດຜູ້ໃຊ້ກ່ອນບໍ່ຈຶ່ງຈະສາມາດໃຊ້ງານໄດ້. ເຊິ່ງທີ່ຫນ້າຈັບຕາກໍ່ຄື ໃນລະບົບປະຕິບັດການ Android ນັ້ນຜູ້ໃຊ້ຈະຕ້ອງເປັນຜູ້ສັ່ງການ ຫລື ຈະມີການຖາມການຍິນຍອມຈາກຜູ້ໃຊ້ກ່ອນວ່າຕ້ອງການເກັບພິກັດຂອງໂຕເອງຫລືບໍ່ ແລ້ວໃນການເຮັດວຽກຂອງການແຊພິກັດຂອງຜູ້ໃຊ້ກັບ Google ນັ້ນ, ໃນອຸປະກອນຈະເກັບຄ່າຕ່າງໆແລ້ວສົ່ງໄປຍັງ Server ຂອງ Google ເອງ ແຕ່ຈະບໍ່ມີການລະບົບຊື່ ຫລື User ໃດໆ. ທີ່ມາ – bloomberg

ແຕ່ທີ່ເດັດໆຄືລ່າສຸດ ມີຂ່າວລືອອກມາຈາກ Macrumor ວ່າໄດ້ມີຄົນສົ່ງອີເມວໄປຖາມ Steve Jobs ແບບໂດຍກົງໂດຍບອກໃຫ້ Steve jobs ອະທິບາຍເລື່ອງການເກັບພິກັດຜູ້ໃຊ້ໃນເຄື່ອງ iPhone ເຊິ່ງໄດ້ລົງທ້າຍດ້ວຍຄຳວ່າ “Maybe you could shed some light on this for me before I switch to a Droid. They don’t track me.” ເຊິ່ງກໍ່ໄດ້ຄຳຕອບມາສັ້ນໆຈາກ Steve Jobs ວ່າ:  “Oh yes they do. We don’t track anyone. The info circulating around is false.” ເຊິ່ງຫາກແປການສົນທະນານີ້ກໍ່ຈະໄດ້ຄວາມເລິກຂອງຄຳເວົ້າຂອງ Steve Jobs ປະມານວ່າ:

Q: ບາງທີ່ເຈົ້າອາດຈະສາມາດອະທິບາຍໃຫ້ກະຈ່າງແຈ້ງໄດ້ ກ່ອນທີ່ຂ້ອຍຈະຍ້າຍໄປໃຊ້ Android, ເພາະພວກເຂົ້າບໍ່ໄດ້ຕິດຕາມຂ້ອຍ.

Jobs: Android ນັ້ນແລະທີ່ຕິດຕາມຜູ້ໃຊ້, ພວກເຮົາບໍ່ໄດ້ຕິດຕາມໃຜ. ຂໍ້ມູນທີ່ອອກມານັ້ນເປັນຂໍ້ມູນເທັດ.

Q: Steve,

Could you please explain the necessity of the passive location-tracking tool embedded in my iPhone? It’s kind of unnerving knowing that my exact location is being recorded at all times. Maybe you could shed some light on this for me before I switch to a Droid. They don’t track me.

A: Oh yes they do. We don’t track anyone. The info circulating around is false.

Sent from my iPhone

ສ່ວນເລື່ອງລາວຕໍ່ໄປຈະເປັນແນວໃດນັ້ນຖ້າຕິດຕາມຕອນຕໍ່ໄປ. ແລ້ວຈະນຳມາອັບເດດແບບເກາະຕິດສະຖານະການກັນເລີຍ.

ລອງອ່ານກ່ຽວກັບ  RIM ໂຕ້ ຈອບສ໌ ແລະ ບອກ BlackBerry ບໍ່ຕ້ອງໃສ່ຊອງ ກໍໂທໄດ້ດີ

ລາຍງານໂດຍ – ສຸລິໂຍ


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.