ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Drama ອີກແລ້ວພີ່ນ້ອງ, ເທຶ່ອນີ້ຕົ້ນເຫດມາຈາກເຄື່ອງຫມາຍການຄ້າ AppStore

ຂ່າວໄອທີ

ໃນຕົ້ນປີທີ່ຜ່ານມາບໍ່ດົນນີ້ Microsoft ໄດ້ຍື້ນຄຳຮ້ອງຕໍ່ສຳນັກງານສິທິບັດ ແລະ ເຄື່ອງຫມາຍການຄ້າ ໃຫ້ຍົກເລີກການຄອບຄອງສິດທິບັດຄຳວ່າ APPSTORE ທີ່ Apple ກຳລັງເປັນຈຳຂອງຢູ່ ໃຫ້ເປັນພຽງຄຳທົ່ວໄປ ແລະ ອະນຸຍາດໃຫ້ຜູ້ຄ້າລາຍອື່ນໆສາມາດໃຊ້ງານໄດ້ ເນື່ອງຈາກຄຳວ່າ APPSTORE ເປັນຄຳສາມັນທົ່ວໄປ(ອ່ານລາຍລະອຽດເພີ່ມເຕີມ).

ແລະຕໍ່ມາ Amazon ກໍ່ໄດ້ເປີດຮ້ານຄ້າ Application Android ຂຶ້ນໃນເຄຶອຂອງ​ Amazon.com ເອງໃນວັນທີ່ 22ມີນາທີ່ຜ່ານມາ, ເຊິ່ງກໍ່ໄດ້ໃສ່ຊື່ວ່າ Amazon AppStore ແລະ ກໍ່ແນ່ນອນເມຶ່ອມີການໃຊ້ AppStore ເຂົ້າໃນເຄື່ອງຫມາຍການຄ້າ ໂດຍສະເພາະຜູ້ຄ້າລາຍໃຫຍ່ຢ່າງ Amazon ກໍ່ເລີຍເຮັດໃຫ້ເຄືອງໃຈ Apple ແລະກໍ່ມີການຟ້ອງຮ້ອງກັນເກີດຂຶ້ນ. ໂດຍ Apple ໄດ້ຟ້ອງຮ້ອງຕໍ່ສານລັດທະບານກາງໃນເມືອງ Oakland ລັດ California ປະເທດອາເມລິກາ ວ່າ Amazon ໄດ້ລະເມີດເຄື່ອງຫມາຍການຄ້າໂດຍການໃຊ້ຄຳວ່າ AppStore ໃນຮ້ານຄ້າ Application ຂອງຕົນເອງ ເຊິ່ງອາດຈະເຮັດໃຫ້ຜູ້ໃຊ້ເກີດຄວາມສຳສັບສົນໄດ້. ຕາມລາຍລະອຽດແລ້ວ Apple ໄດ້ຈົດສິທິບັດຮ້ານຄ້າ Application ສຳລັບຜູ້ໃຊ້ iPhone, iPod ແລະ iPad ຊື່ວ່າ AppStore ໃນປີ 2008 ແລະສຳນັກງານສິດທິບັດ ແລະ ເຄື່ອງຫມາຍການຄ້າກໍ່ໄດ້ຍິນຍອມ ແລະ ອະນຸຍາດໃຫ້ Apple ສາມາດຄອບຄອງຄຳວ່າ AppStore ໄດ້, ເຊິ່ງຂໍ້ນີ້ Amazon ແລະ Microsoft ກໍ່ຮູ້ດີ. ທີ່ມາ – bloomberg

ແຕ່ລ່າສຸດ Amazon ອອກມາໂຕ້ຄຳຟ້ອງຮ້ອງຂອງ Apple ກ່ຽວກັບການລະເມີດເຄື່ອງຫມາຍການຄ້າ ວ່າຕົນເອງບໍ່ໄດ້ລະເມີດ ພຽງແຕ່ຄຳວ່າ AppStore ເປັນຄຳສາມັນ ຫລືຄຳທົ່ວໄປ ເຊິ່ງ Apple ບໍ່ສາມາດຍົກເວັ້ນໃຫ້ຄົນອື່ນບໍ່ສາມາດໃຊ້ງານໄດ້. ໂດຍໃຫ້ເຫດຜົນວ່າ Steve Jobs ເອງກໍ່ຍັງໃຊ້ ຄຳວ່າ AppStore ໃນລັກສະນະຄຳສາມັນທົ່ວໄປ ແລະກໍ່ເວົ້າສ້ຳຫລາຍເທຶ່ອອີກດ້ວຍ. ທາງລຸ່ມນີ່ແມ່ນຄຳເວົ້າຂອງ Steve Jobs ທີ່ໃຊ້ຄຳວ່າ AppStore ໃນລັກສະນະທົ່ວໄປ.

“So there will be at least four app stores on Android, which customers must search among to find the app they want and developers will need to work with to distribute their apps and get paid. This is going to be a mess for both users and developers. Contrast this with Apple’s integrated App Store, which offers users the easiest-to-use largest app store in the world, preloaded on every iPhone.”

ຈາກທີ່ສັງເກດແລ້ວຫນ້າຈະຫນັກຢູ່ທີ່ຄຳສຸດທ້າຍທີ່ບອກວ່າ ໃຫ້ບໍລິການ app store ທີ່ໃຊ້ງານງ່າຍທີ່ສຸດ ໃຫຍ່ທີ່ສຸດໃນໂລກ. ເຊິ່ງແບບນີ້ອາດຈະເຮັດໃຫ້ Apple ເສຍທ່າໄດ້. ຢ່າງໃດກໍ່ຕາມ ມີບາງສຳນັກຂ່າວ ແລະ ບາງກຸ່ມຄົນເວົ້າກັນວ່າ ການທີ່ Amazon ອອກມາຕັ້ງຊື່ Amazon AppStore ເປັນເລື່ອງທີ່ຕັ້ງໃຈ ເຊິ່ງຕົນເອງກໍ່ຮູ້ມາກ່ອນແລ້ວວ່າ Apple ຖືສິດທິບັດນີ້ຢູ່, ພ້ອມນັ້ນ ຍັງເພຶ່ອສ້າງຄວາມສັບສົນ ຫລື ຊ່ວຍໃຫ້ເປັນຜົນຕໍ່ການຍື່ນຄຳຮ້ອງຂອງ Microsoft ທີ່ຂໍໃຫ້ທາງສຳນັກງານສິທິບັດ ແລະເຄື່ອງຫມາຍການຄ້າ ຍົກເລີກການຖືເຄື່ອງຫມາຍການຄ້າໂດຍຄຳທີ່ວ່າ AppStore ໃຫ້ເປັນຄຳສາມັນທົ່ວໄປ ແລະ ສາມາດໃຊ້ງານໄດ້ກັບຜູ້ຄ້າລາຍອື່ນ.

ຢ່າງໃດກໍ່ຕາມ, ສຳລັບການຍາດຊີຄຳວ່າ AppStore ນີ້ ຮູ້ສຶກວ່າ Microsoft ຈະຫມັ້ນໃຈຫລາຍວ່າ ທາງສຳນັກງານສິທິບັດ ແລະເຄື່ອງຫມາຍການຄ້າ ຈະຍົກເລີກຄຳວ່າ AppStore ໃຫ້ເປັນຄຳສາມັນ, ເພາະວ່າ Microsoft ເອງກໍ່ກຽມອອກ Windows AppStore ເຊັ່ນກັນ ທີ່ເຮົາອາດຈະໄດ້ເຫັນໃນ Windows 8(ສາມາດອ່ານຕໍ່).

ແຕ່ຈັງໃດກໍ່ຮູ້ສຶກອິດູຕົນ Apple ເພາະກ່ອນຫນ້ານີ້ Microsoft ເອງກໍ່ອອກ SmartPhone ອອກມາກ່ອນ iPhone ແຕ່ກໍ່ຍັງບໍ່ຕັ້ງຊື່ວ່າ AppStore, ແຕ່ພໍ Apple ຕັ້ງຊື່ວ່າ ຫລື ອອກ AppStore ແລ້ວກໍ່ປະສົບຄວາມສຳເລັດຫລາຍ ສ້ຳພັດຢາກໄດ້ຄຳເວົ້ານີ້ໄປໃຊ້. ເບິງແລ້ວເຫັນແກ່ໂຕຈັງໃດກໍ່ບໍ່ຮູ້.

ທີ່ມາ – Geekwire

ລອງອ່ານກ່ຽວກັບ  Office Web Apps ເລີ່ມເປີດໃຫ້ບໍລິການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.