ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ອະນຸຍາດໃຫ້ຜູ້ໃຊ້ໂອນ Profile ໄປເປັນ Business Page ແລ້ວ

social media, ຂ່າວໄອທີ

ລ່າສຸດ Facebook ໄດ້ປ່ອຍຄວາມສາມາດທີ່ຈະໃຫ້ຜູ້ໃຊ້ສາມາດໂອນຫນ້າ Profile ສ່ວນໂຕຂອງຕົນເອງໄປເປັນຫນ້າ Fan Page ຫລື Business Page ທີ່ເຮົາຮູ້ກັນນັ້ນ ໄດ້ແລ້ວ, ດ້ວຍວິທີການທີ່ງ່າຍດາຍ ແລະວ່ອງໄວ. ແຕ່ຄວາມສາມາດນີ້ Facebook ບອກວ່າຫາກໂອນໄປແລ້ວ ຈະບໍ່ສາມາດກັບມາເປັນ Profile ໄດ້ອີກຕໍ່ໄປ.

ຫລາຍຄົນອາດຈະສົງໃສວ່າ ລະຫວ່າ Profile ກັບ Business Page ມັນຕ່າງກັນແນວໃດ, ເຊິ່ງກໍ່ສາມາດອະທິບາຍໄດ້ເລີຍວ່າ ສິ່ງທີ່ທ່ານຜູ້ອ່ານມີໄວ້ລົມກັບຫມູ່ ຫລື ຄົນຮູ້ຈັກທຸກມື້ນີ້ ນັ້ນແມ່ນ Profile ຫລື ໂຫມດຂອງຜູ້ໃຊ້. ແຕ່ສຳລັບ Business Page ນັ້ນຈະເປັນຫນ້າທີ່ສ້າງຂຶ້ນມາສຳລັບແຄັມເປນໃດຫນຶ່ງ, ຫລື ບໍລິສັດ, ອົງກອນທຸລະກິດ, ກຸ່ມຄົນ, ນັກຮ້ອງ,ນັກສະແດງຕ່າງໆສ້າງຂຶ້ນມາ ເພຶ່ອຕິດຕໍ່ຊື່ສານກັບແຟນໆ ຫລື ຜູ້ໃຊ້ບໍລິການ, ຜູ້ຕິດຕາມຜົນງານຂອງຕົນ. ເຊິ່ງຜູ້ໃຊ້ສາມາດເຂົ້າໄປຮ່ວມໄດ້ໂດຍທີ່ບໍ່ຕ້ອງສົ່ງຄຳຂໍເປັນຫມູ່ ໄປກ່ອນ, ເພາະພຽງແຕ່ກົດທີ່ປຸ່ມ Like ເທິງຫນ້າ Business Page ເທົ່ານັ້ນກໍ່ຈະສາມາດເຂົ້າຮ່ວມໄດ້ແລ້ວ.

ເນຶ່ອງຈາກປະຈຸບັນຜູ້ຂຽນເອງກໍ່ເຫັນບັນດາວອົງກອນທຸລະກິດຕ່າງໆ ລວມໄປເຖິງນັກຮ້ອງບາງຈຳນວນ ເຂົ້າມາໃຊ້ງານ Facebook ເພຶ່ອຕິດຕໍ່ຊື່ສານກັບແຟນໆ ຫລື ຄົນຕິດຕາມຂ່າວສານ ຈາກອົງກອນໃດຫນຶ່ງ ຫລື ຕິດຕາມໂປຼໂມຊັ່ນຈາກທາງຮ້ານຄ້າ ຫລື ບັນດາທຸກລະກິດຕ່າງໆ. ເຊິ່ງເທົ່າທີ່ເຫັນຍັງມີຈຳນວນຫລາຍ ທີ່ສະຫມັກໃຫ້ໂຫມດຂອງ Profile ແລ້ວກໍ່ໃຫ້ຜູ້ໃຊ້ Add ເຂົ້າໄປເປັນເພື່ອນໃນ Facebook ເຊິ່ງນັ້ນກໍ່ເຮັດໃຫ້ມີຈຳນວນຫລາຍພັນຄົນເຂົ້າໄປ Add ເປັນຫມູ່. ແຕ່ນັ້ນເປັນສິ່ງທີ່ຜິດກົດຂອງ Facebook ເພາະໃນໂຫມດຂອງ Profile ນັ້ນແມ່ນເປັນຂອງສ່ວນໂຕ ເຊິ່ງເປັນຂອງບຸກຄົນໃດຫນຶ່ງ ທີ່ຈະສາມາດໂອ້ລົມ ແລະ ສື່ສານກັບຫມູ່ເພື່ອນ ຫລື ຄົນທີ່ຮູ້ຈັກແທ້ໆເທົ່ານັ້ນ. ເພາະຫາກທ່ານສະຫມັກໃນໂຫມດ Profile ມັນແລ້ວມີຫມູ່ຈຳນວນຫລາຍພັນຄົນຈະເຮັດໃຫ້ລະບົບ ຂອງ Facebook ຈັບຕາເບິງ ແລະຄິດວ່າເປັນ Spam ທີ່ເຂົ້າມາຕົວະເອົາຂໍ້ມູນ. ເນຶ່ອງຈາກປັນຫານີ້ຈະເກີດກັບຄົນໃນເທດເຮົາແລ້ວ ຍັງເກີດກັບບັນດາຫລາຍໆປະເທດ ຈຶ່ງເຮັດໃຫ້ Facebook ອອກຄວາມສາມາດນີ້ມາ ເພຶ່ອໃຫ້ບັນດາຄົນຈຳນວນນັ້ນໂອນ Profile ໄປເປັນຫນ້າ Business Page ເພຶ່ອຈະໃຫ້ລະບົບກັນ Spam ຂອງ Facebook ເຮັດວຽກໄດ້ມີປະສິດທິພາບຂຶ້ນ. (ຕໍ່ຈາກນີ້ໄປ ໃຜທີ່ມັກ Add ຫມູ່ແບບມົ້ວໆລະວັງຈະຖືກ Block ຫລືຖືກລະບົບສອບຖາມກັບມາຫລິ້ນງານ.)

ວິທີການໂອນ Facebook Profile ໃຫ້ໄປເປັນ Business Page ນັ້ນ ສາມາດເຮັດໄດ້ງ່າຍໆ ພຽງເຂົ້າໄປທີ່ http://www.facebook.com/pages/create.php?migrate, ຫລັງຈາກນັ້ນກໍ່ດຳເນີນການ ຄິກເລືອກຫມວດທາງດ້ານລຸ່ມໄດ້ເລີຍ ແລ້ວກໍ່ໃຫ້ລາຍລະອຽດໄປ ແລ້ວກໍ່ກົດທີ່ Get Start ເທົ່ານີ້ກໍ່ຈະສາມາດໂອນ Facebook Profile ໄປເປັນ Business Page ໄດ້ແລ້ວ.

ຄຳເຕືອນ: ຫລັງຈາກການໂອນ Facebook Profile ໄປເປັນ Business Page ແລ້ວ ຈະມີພຽງ ຮູບປະຈຳໂປຼໄຟລ໌ທີ່ຈະຖືກນຳໄປເປັນຮູບປະຈຳຫນ້າ Business Page ແລະ ສຳລັບຫມູ່ຂອງທ່ານທັງຫມົດກໍ່ຈະກາຍເປັນຜູ້ໃຊ້ທີ່ກົດ Like ທັນທີ. ນອກນັ້ນແລ້ວຈະບໍ່ມີການໂອນໄປນຳແຕ່ຢ່າງໃດ ແລະ ອາດຈະຫາຍສາບສູນໄປເລີຍກໍ່ໄດ້. ເຊິ່ງອັນນີ້ທາງ Facebook ບອກໃຫ້ Save ຂໍ້ມູນໂປຼໄຟລ໌ຂອງຕົນອອກໄວ້ກ່ອນການຕັດສິນໃຈຍ້າຍ ໂດຍສາມາດເຂົ້າໄປທີ່ Account -> Settings ແລ້ວກໍ່ເລື່ອກທີ່ Download Your Information.

ຫາກໃຜທີ່ເປັນນັກຮ້ອງ, ຫລື ນັກດົນຕີ ຫລື ອົງກອນທຸລະກິດໃດ ມີ Facebook ປະຈຳຂອງອົງກອນ ຫລື ບໍລິສັດ ທີ່ຍັງເປັນໂຫມດ Profile ຢູ່ ກໍ່ຄວນຍ້າຍໄປຍັງ Business Page ເພຶ່ອອານາຄົດຈະໄດ້ບໍ່ຖືກແບນຈາກ Facebook.

ທີ່ມາ – Facebook Help Center

ລອງອ່ານກ່ຽວກັບ  ອອກມາແລ້ວ ຂໍ້ຕົກລົງວ່າດ້ວຍສະຖານີສາກລົດໄຟຟ້າ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.