ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Cisco ຍຸດຜະລິດກ້ອງວິດີໂອພົກພາ Flip ແລ້ວ ຫລັງເຮັດຍອດຕົກ 15%

ຂ່າວໄອທີ

ໃນປີ 2009 ທາງ Cisco ໄດ້ເຂົ້າຊື້ກິດຈະການຂອງ Pure Digital ເຈົ້າຂອງກິດຈະການກ້ອງບັນຖຶກວິດີໂອຄວາມລະອຽດສູງແບບພົກພາ ຫລຶ Flip ດ້ວຍລາຄາ $590ລ້ານໂດລ່າ. ໂດຍສາເຫດທີ່ເຮັດໃຫ້ Cisco ຕັດສິນໃຈຢຸດການຜະລິດກ້ອງວິດີໂອພົກພາ Flip ນີ້ ອັນເນຶ່ອງມາຈາກຍອດຂາຍຂອງອຸປະກອນສຳລັບຜູ້ບໍລິໂພກທົ່ວໄປ ລຸດລົງຢ່າງຕໍ່ເນຶ່ອງໂດຍໄຕມາດທຳອິດຂອງປີນີ້ກໍ່ລຸດລົງປະມານ 15%.

ນອກນັ້ນ, ຜົນອາດເນຶ່ອງມາຈາກຕະຫລາດຜູ້ໃຊ້ໃນປະຈຸບັນນີ້ ສາມາດໃຊ້ກ້ອງໃນໂທລະສັບມືຖື ທີ່ປະຈຸບັນກໍ່ມີຄວາມລະອຽດເລີ່ມທີ່ HD 720p ຂຶ້ນໄປແລ້ວສຳລັບການບັນທຶກວິດີໂອຕ່າງໆ ແລະດ້ວຍປັດໃຈນີ້ ອາດເຮັດໃຫ້ທາງ Cisco ເຫັນວ່າ ໃນອາຄົດຕໍ່ໄປ Flip ຈະບໍ່ສາມາດຢືນ ແລະ ຍາດສ່ວນແບ່ງຕະຫລາດມາໄດ້ ຈຶ່ງຍອມປິດກິດຈະການຂອງ Flip ລົງດີກວ່າ.

ທີ່ມາ – Bussiness insider

ລອງອ່ານກ່ຽວກັບ  10 ອັນດັບຂໍ້ຄວາມທີ່ມີການ Retweet ຫລາຍທີ່ສຸດ ໃນປີ 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.