ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຜີຍຮູບຕົ້ນແບບ BlackBerry Bold Touch ແລະຈະມາໄຕມາດສາມນີ້

ຂ່າວໄອທີ, ໂທລະສັບ

ລ່າສຸດທາງເວັບໄຊຕ໌ BGR ໄດ້ນຳຮູບພາບຂອງ BlackBerry Bold Touch ທີ່ກຳລັງຈະອອກວາງຂາຍໃນໄຕມາດທີ່ສາມຂອງປີນີ້. ຕາມລາຍງານຍັງບອກອີກວ່າ ການໃຊ້ງານຂອງ BlackBerry Bold Touch ລຸ້ນນີ້ຍັງເຮັດວຽກໄດ້ດີຂຶ້ນ, ຄຸນສົມບັດທາງດ້ານສຳພັດຫນ້າຈໍ ກໍ່ຕອບສະຫນອງໄດ້ດີຂຶ້ນຫລາຍ. ນອກນັ້ນໃນ BlackBerry Bold Touch ລຸ້ນນີ້ຍັງປ່ຽນແບັດເຕີລີ່ແບບໃຫມ່ຈາກທາງ RIM ເຊິ່ງອາດຈະໃຊ້ງານໄດ້ດົນຂຶ້ນກວ່າລຸ້ນກ່ອນໆ. ແຕ່ບໍ່ແນ່ໃຈວ່າ Touch Screen ຂອງ BlackBerry Bold Touch ຈະມີຜົນກະທົບກັບເລື່ອງແບັດເຕີລີ່ຫມົດໄວຫລືບໍ່.

ຢ່າງໃດກໍ່ຕາມ ຕາມລາຍງານຍັງບອກອີກວ່າ ທາງ RIM ອາດຈະວາງຂາຍໂທລະສັບລຸ້ນນີ້ໃນຊ່ວງເດືອນ ມິຖຸນາ – ກໍລະກົດ ນີ້ ຫລື ທ້າຍໄຕມາດສອງ ເຖິງຕົ້ນໄຕມາດທີສາມ.

ຮູບພາບເພີ່ມເຕີມເຂົ້າໄປເບິງໄດ້ທີ່: http://www.bgr.com/nggallery/page-320/album-all/gallery-149/image/1978/

ທີ່ມາ – BGR

ລອງອ່ານກ່ຽວກັບ  ຍ້ອນອະດີດ iPhone ແຕ່ລຸ້ນທຳອິດຮອດປະຈຸບັນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.