ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ອອກ App Bing Search ລູ້ນສຳລັບ​ iPad ໂດຍສະເພາະແລ້ວ

ຂ່າວໄອທີ

ລ່າສຸດ Microsoft ອອກ App Bing Search ສຳລັບອຸປະກອນແທັບເລັດຢ່າງ iPad ຮຽບຮ້ອຍແລ້ວ. ໂດຍລຸ້ນນີ້ຈະເປັນລຸ້ນສະເພາະໃນ iPad ເທົ່ານັ້ນ. ໂດຍໃນລຸ້ນນີ້ຈະມີຄວາມສາມາດຫລາກຫລາຍເຊັ່ນ: ການປັບຫນ້າສະແດງຜົນໃນຫົວຂໍ້ຂ່າວສານຕ່າງໆ ໃນຮູບແບບວາລະສານເທິງ iPad ແລະ ທີ່ສຳຄັນແມ່ນຈະມາກັບການຄົ້ນຫາດ້ວຍສຽງອີກດ້ວຍ.

Bing Search ສຳລັບ iPad ນີ້, ຈະມາກັບຄວາມສາມາດຕ່າງໆດັ່ງລຸ່ມນີ່:

  • ຈະມີຫມວດ ຂ່າວ, ການຈາລະຈອນ, ສະພາບອກາດ, ຫຸ້ນ, ຫນັງ, ໃນດ້ານລຸ່ມຫນ້າຫລັກຂອງ App ແລະຈະມີຜົນສະແດງ ການຄົນຫາຢູ່ທາງເທິງ ຫລືກາງຈໍ.
  • ຮອງຮັບ Bing Local and Map ທີ່ຈະສາມາດຊ່ວຍຫາສະຖານທີ່ຕ່າງໆທີ່ຢູ່ໄກ້ໂຕທ່ານໄດ້ໄວຂຶ້ນ ພ້ອມທັງຕິດຕາມການຈາລະຈອນໃນເຂດນັ້ນໄດ້ອີກດ້ວຍ.
  • ສາມາດຕິດຕາມຂ່າວສານ ຫລື ຫົວຂໍສຳຄັນໆທີ່ກຳລັງຢູ່ໃນກະແສປະຈຸບັນ ໃນໂຫມດທີ່ອອກແບບມາສຳລັບ iPad ໂດຍສະເພາະ ທີ່ອອກແບບມາໃຫ້ມີຫນ້າຕາ ຄ້າຍກັບ ວາລະສານໃນ iPad ອີກດ້ວຍ.
  • ຮອງຮັບການຄົ້ນຫາຜ່ານສຽງໄດ້ໂດຍຜ່ານ voice activated search. ເຊິ່ງຄ້າຍໆກັບ Google Search ທີ່ມີໃນ iOS
  • ມີຄວາມເປັນມິດກັບ Touch Screen ແລະ ມີການສະແດງຮູບແບບເປັນລະບຽບ ພ້ອມທັງເປັນຕາຕາລາງ ພ້ອມລາຍລະອຽດເວັບໄຊຕ໌. ນອກນັ້ນຍັງສາມາດສະແດງຮູບພາບໄດ້ທັນທີ ແລະ ຮອງຮັບ Full Screen ອີກດ້ວຍ.

ຢ່າງໃດກໍ່ຕາມ, ການເດີນເກມຂອງ Microsoft ນັ້ນເຮັດໃຫ້ເຫັນແລ້ວວ່າຈະສູ້ກັບ Google ໃຫ້ເຖິງທີ່ສຸດ ເພຶ່ອຍາດຊີງສ່ວນແບ່ງ Search Engine, ເຊິ່ງບໍ່ແຄວ່າຈະດ້ວຍແພັດຟອມໄດກໍ່ຕາມ, ແຕ່ຫວັງວ່າ ເຮົາອາດຈະບໍ່ໄດ້ເຫັນ Bing search ໄປປະກົດໂຕຢູ່ HoneyComb App ຂອງ Android ເນາະ ແລະສຳລັບຜູ້ໃຊ້ iPad ທີ່ສົນໃຈ App ນີ້ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ App Store ຫລືຈະເປັນລິ້ງທ້າຍບົດຄວາມກໍ່ໄດ້.

ທີ່ມາ – App Store

ດາວໂຫລດ – http://itunes.apple.com/us/app/bing-for-ipad

news, traffic, weather, stock quotes, movies
ລອງອ່ານກ່ຽວກັບ  MacBook Air ນ້ອຍລົງ iPod Touch ເກັ່ງຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.