ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[ສົງຄາມສິດທິບັດ] Apple ຟ້ອງ Samsung ຖານລະເມີດສິດທິບັດ

ຂ່າວໄອທີ

ລ່າສຸດມີລາຍງານອອກມາວ່າ ເມຶ່ອວັນສຸກທີ່ຜ່ານມາທາງ Apple Inc ໄດ້ຍື່ນຫນັງສືຂໍຟ້ອງຮ້ອງ Samsung Electronics Co. Ltd ໃນເມືອງ Northern ລັດ ຄາລິຟໍເນຍ ປະເທດອາເມລິກາ, ຂໍ້ຫາລະເມີດສິດທິບັດຂອງ Apple iPhone ແລະ iPad ໃນ Samsung Galaxy S ແລະ Galaxy Tab ໂດຍທັງຫມົດມີສອງປະເດັນຫລັກໆ ທີ່ Apple ບອກວ່າ Samsung ໄດ້ຮຽນແບບ ໃນເລື່ອງຂອງຫນ້າຕາພາຍນອກ ແລະ ຄວາມຮູ້ສຶກດ້ານການໃຊ້ງານ (User interface), ເຊິ່ງ Galaxy ລຸ້ນທີ່ຖືກຟ້ອງຮ້ອງຢູ່ນີ້ ແມ່ນລຸ້ນ Galaxy i9000 ທີ່ຂາຍໃນເກົາຫລີໃຕ້ ແລະລຸ້ນທີ່ປຽບທຽບກໍ່ເປັນ iPhone 3GS.

ນອກຈາກ Galaxy S ແລ້ວ Apple ຍັງບອກວ່າ Samsung Galaxy Tab ຍັງໄດ້ລະເມີດ ຫລື ຮຽນແບບ ຜະລິດຕະພັນຂອງ Apple ບາງລາຍການ ແຕ່ຍັງບໍ່ມີລາຍລະອຽດວ່າແມ່ນອັນໃດແດ່. ແຕ່ຕາມຄວາມເຫັນຂອງຜູ້ຂຽນແລ້ວ ຕໍ່ໄປ Galaxy Player ອາດຈະຖືກຟ້ອງຕາມໆກັນໄປ ເພາະສັງເກດໄດ້ວ່າ ສິນຄ້າຕະກູນ Galaxy ຂອງ Samsung ນີ້ຈະອອກມາເພຶ່ອແຂ່ງກັບສິນຄ້າ ຂອງ Apple ໂດຍສະເພາະ. ແຕ່ຫາກສັງເກດຕາມຮູບແລ້ວ ໃນເລື່ອງນີ້ແລ້ວ Apple ອາດຈະສະນະຄະດີ ກໍ່ໄດ້ ເພາະມັນກໍ່ຄືກັນແທ້ໆ.

ທີ່ມາ – AllThingsD

ລອງອ່ານກ່ຽວກັບ  Apple ຈະເປີດໂຕ iOS 6 ໃນງານ WWDC 2012

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ໂອບໍ່ຫນ້ອຍໃດຂ້ອຍວ່ານະ… ມັນປານອ້າຍນ້ອງກັນເລີຍ. ເພາະ Samsung ຢາກເອົາມາແຂ່ງຕະຫລາດ iPhone ກໍ່ເລີຍເຮັດໃຫ້ມັນຮູ້ສຶກຄືກັນ. ຂະຫນາດແມ່ເຮົາເຫັນຍັງວ່າແມ່ນ iPhone ເລີຍ ອິອິ

  1. ຫຸໆ ປ໋າ Jobs ໄປຍື່ນຟ້ອງສານໂລກແດ່ເດີເລື່ອງໂທລະສັບເລືອນແບບໜ້າຕາເປັນໄອໂຟນ ໄອແພັດ ໄອພອດ ຂອງຈີນແດງນະຈັ່ງແມ່ນມີຫລາຍ ຕະຫລາດຊັ່ງຈ່່ຽງຢູ່ລາວກະມີບໍ່ອຶດ… ຂອງແບບນີ້ມັນກະຕ້ອງມີຄ້າຍຄືກັນຢູ່ແລ້ວ
    ຊັ້ນກະສິເອີ້ນວ່າການແຂ່ງຂັນ ແຕ່ ss ກະ i ໜ້າຕາກະບໍ່ໄດ້ວ່າແມ່ນອັນດຽວກັນໝົດນິ ຄັນສິເວົ້າວ່າກອບທຸກຄ້າຍກໍ່ຄົງກອບກັນໝົດນັ້ນແລະ

    1. ແບບວ່າຂອງຈີນແດງພວກນັ້ນມັນບໍ່ສົ່ງຜົນກະທົບໃຫ້ທາງບໍລິສັດຫັນນະ. ອີກທັ້ງກໍ່ບໍ່ຄຸ້ມທີ່ຈະໄປຟ້ອງຮ້ອງເອົາ. ເສຍເວລາຫລ້າໆ ເພາະໂທລະສັບພວກນັ້ນມັນເຮັດອອກມາບໍ່ຫລາຍ ແລະກໍ່ບໍ່ໄດ້ຂາຍທົ່ວໂລກ. ຕ່າງຈາກ Samsung ຫລາຍທີ່ເປັນແບນໃຫຍ່ ແລະກໍ່ເປັນຄູ່ແຂ່ງໂດຍກົງຂອງ iPhone iPad ລວມເຖິງ iPod touch ເພາະ Samsung ກໍ່ເຮັດ Galaxy Player ອອກເພຶ່ອມາເປັນຄູ່ແຂ່ງໂດຍສະເພາະ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.