Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » ຂ່າວໄອທີ » [ສົງຄາມສິດທິບັດ] Apple ຟ້ອງ Samsung ຖານລະເມີດສິດທິບັດ

ລ່າສຸດມີລາຍງານອອກມາວ່າ ເມຶ່ອວັນສຸກທີ່ຜ່ານມາທາງ Apple Inc ໄດ້ຍື່ນຫນັງສືຂໍຟ້ອງຮ້ອງ Samsung Electronics Co. Ltd ໃນເມືອງ Northern ລັດ ຄາລິຟໍເນຍ ປະເທດອາເມລິກາ, ຂໍ້ຫາລະເມີດສິດທິບັດຂອງ Apple iPhone ແລະ iPad ໃນ Samsung Galaxy S ແລະ Galaxy Tab ໂດຍທັງຫມົດມີສອງປະເດັນຫລັກໆ ທີ່ Apple ບອກວ່າ Samsung ໄດ້ຮຽນແບບ ໃນເລື່ອງຂອງຫນ້າຕາພາຍນອກ ແລະ ຄວາມຮູ້ສຶກດ້ານການໃຊ້ງານ (User interface), ເຊິ່ງ Galaxy ລຸ້ນທີ່ຖືກຟ້ອງຮ້ອງຢູ່ນີ້ ແມ່ນລຸ້ນ Galaxy i9000 ທີ່ຂາຍໃນເກົາຫລີໃຕ້ ແລະລຸ້ນທີ່ປຽບທຽບກໍ່ເປັນ iPhone 3GS.

ນອກຈາກ Galaxy S ແລ້ວ Apple ຍັງບອກວ່າ Samsung Galaxy Tab ຍັງໄດ້ລະເມີດ ຫລື ຮຽນແບບ ຜະລິດຕະພັນຂອງ Apple ບາງລາຍການ ແຕ່ຍັງບໍ່ມີລາຍລະອຽດວ່າແມ່ນອັນໃດແດ່. ແຕ່ຕາມຄວາມເຫັນຂອງຜູ້ຂຽນແລ້ວ ຕໍ່ໄປ Galaxy Player ອາດຈະຖືກຟ້ອງຕາມໆກັນໄປ ເພາະສັງເກດໄດ້ວ່າ ສິນຄ້າຕະກູນ Galaxy ຂອງ Samsung ນີ້ຈະອອກມາເພຶ່ອແຂ່ງກັບສິນຄ້າ ຂອງ Apple ໂດຍສະເພາະ. ແຕ່ຫາກສັງເກດຕາມຮູບແລ້ວ ໃນເລື່ອງນີ້ແລ້ວ Apple ອາດຈະສະນະຄະດີ ກໍ່ໄດ້ ເພາະມັນກໍ່ຄືກັນແທ້ໆ.

ທີ່ມາ – AllThingsD

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ມີການຕອບທັງຫມົດ 4 ຄວາມເຫັນ

  1. Khavy Lao Windows Vista Google Chrome 10.0.648.204 says:

    ຄືໜ້ອຍ1ກະບໍ່ໄດ້ ເນາະ jobs :)

    • souliyo Windows 7 Mozilla Firefox 4.0 says:

      ໂອບໍ່ຫນ້ອຍໃດຂ້ອຍວ່ານະ… ມັນປານອ້າຍນ້ອງກັນເລີຍ. ເພາະ Samsung ຢາກເອົາມາແຂ່ງຕະຫລາດ iPhone ກໍ່ເລີຍເຮັດໃຫ້ມັນຮູ້ສຶກຄືກັນ. ຂະຫນາດແມ່ເຮົາເຫັນຍັງວ່າແມ່ນ iPhone ເລີຍ ອິອິ

  2. thypomepon Windows XP Mozilla Firefox 4.0 says:

    ຫຸໆ ປ໋າ Jobs ໄປຍື່ນຟ້ອງສານໂລກແດ່ເດີເລື່ອງໂທລະສັບເລືອນແບບໜ້າຕາເປັນໄອໂຟນ ໄອແພັດ ໄອພອດ ຂອງຈີນແດງນະຈັ່ງແມ່ນມີຫລາຍ ຕະຫລາດຊັ່ງຈ່່ຽງຢູ່ລາວກະມີບໍ່ອຶດ… ຂອງແບບນີ້ມັນກະຕ້ອງມີຄ້າຍຄືກັນຢູ່ແລ້ວ
    ຊັ້ນກະສິເອີ້ນວ່າການແຂ່ງຂັນ ແຕ່ ss ກະ i ໜ້າຕາກະບໍ່ໄດ້ວ່າແມ່ນອັນດຽວກັນໝົດນິ ຄັນສິເວົ້າວ່າກອບທຸກຄ້າຍກໍ່ຄົງກອບກັນໝົດນັ້ນແລະ

    • souliyo Windows 7 Mozilla Firefox 4.0 says:

      ແບບວ່າຂອງຈີນແດງພວກນັ້ນມັນບໍ່ສົ່ງຜົນກະທົບໃຫ້ທາງບໍລິສັດຫັນນະ. ອີກທັ້ງກໍ່ບໍ່ຄຸ້ມທີ່ຈະໄປຟ້ອງຮ້ອງເອົາ. ເສຍເວລາຫລ້າໆ ເພາະໂທລະສັບພວກນັ້ນມັນເຮັດອອກມາບໍ່ຫລາຍ ແລະກໍ່ບໍ່ໄດ້ຂາຍທົ່ວໂລກ. ຕ່າງຈາກ Samsung ຫລາຍທີ່ເປັນແບນໃຫຍ່ ແລະກໍ່ເປັນຄູ່ແຂ່ງໂດຍກົງຂອງ iPhone iPad ລວມເຖິງ iPod touch ເພາະ Samsung ກໍ່ເຮັດ Galaxy Player ອອກເພຶ່ອມາເປັນຄູ່ແຂ່ງໂດຍສະເພາະ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ