ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ iOS 4.3.2 ໃຫ້ອັບເດດ ເພຶ່ອແກ້ Bug ແລ້ວ

ຂ່າວດ່ວນ

ລ່າສຸດ Apple ໄດ້ປ່ອຍ iOS 4.3.2 ໃຫ້ອັບເດດສຳລັບຜູໃຊ້ iPhone 3GS ແລະ iPhone 4, iPad 1 ແລະ iPad 2, iPod touch 3G ແລະ 4G. ສຳລັບ iPhone 4 CDMA ຫລືຂອງທີ່ວາງຂາຍຜ່ານ Verizon ໃນອາເມລິການັ້ນ ແມ່ນຈະເປັນ iOS 4.2.7.

ໃນ iOS 4.3.2 ທີ່ອອກມານີ້, ຫລັກໆແລ້ວແມ່ນຈະອອກມາແກ້ໄຂບັນຫາ FaceTime ທີ່ມີອາການຄ້າງ ຫລື ເປີດບໍ່ຂຶ້ນ ເປັນບາງຄັ້ງ, ຕໍ່ມາກໍ່ເປັນການແກ້ໄຂປັນຫາໃນການເຊື່ອມຕໍ່ 3G ໃນ iPad ລຸ້ນ Wi-Fi + 3G ແລະ ນອກນັ້ນກໍ່ເປັນການເພີ່ມຄວາມປອດໄພຕ່າງໆເສີມເຂົ້າມາ. ປະຈຸບັນຜູ້ໃຊ້ iPhone 3GS ແລະ iPhone 4, iPad 1 ແລະ iPad 2, iPod touch 3G ແລະ 4G ສາມາດເຊັກ ແລະ ອັບເດດໄດ້ແລ້ວຜ່ານ iTunes.

ທີ່ມາ – 9 to 5 Mac

ລອງອ່ານກ່ຽວກັບ  Android 2.3 Gingerbread ຖືກພອດລົງ iPhone 3G

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.