ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຂາຍ iPad 2 ສູງປະມານ 2.4 ເຖິງ 2.6ລ້ານເຄື່ອງ ໃນເດືອນມີນາທີ່ຜ່ານມາ

ຂ່າວໄອທີ, ແທັບເລັດ

ລ່າສຸດມີລາຍງານຍອດຂາຍຂອງ iPad 2 ອອກມາວ່າ Apple ຂາຍ iPad 2 ໄດ້ສູງລະຫວ່າງ 2.4 ເຖິງ 2.6ລ້ານເຄື່ອງ ໃນເດືອນມີນາທີ່ຜ່ານມາ. ເຊິ່ງຕາມລາຍງານຍັງບອກບອກວ່າ Apple ອາດຈະຂາຍ iPad 2 ໄດ້ເດືອນລະ 4 ເຖິງ 4.3ລ້ານ ເຄື່ອງ, ຫາກຄິດໄລ່ຈົນຫມົດໄຕມາດທີສອງນັ້ນ ອາດຈະສູງກວ່າ 12ລ້ານເຄື່ອງກໍ່ເປັນໄດ້ ເນື່ອງຈາກຄວາມນິຍົມ, ແລະ ຄວາມໄດ້ປຽບທາງດ້ານ Application ຮອງຮັບໃນ App Store.

ຢ່າງໃດກໍ່ຕາມຍອດຂາຍຂອງ iPad 2 ກໍ່ຍັງຄົງແຮງບໍ່ຢຸດ ແລະ ກໍ່ທາງ Apple ເອງກໍ່ບໍ່ໄດ້ກັງວົນເລື່ອງສິ້ນສ່ວນຂອງ iPad 2 ແຕ່ຢ່າງໃດ, ເຖິງຈະມີເຫດການແຜນດິນໄຫວ ແລະ ຊືນາມິໃນຢີປຸ່ນ ເຊິ່ງເຮັດໃຫ້ໂຮງງານຫລາຍໂຮງງານປິດລົງ. ເຊິ່ງປະຈຸບັນທາງ Apple ຍັງມີສິ້ນສ່ວນຂອງ iPad 2 ຫລາຍພໍທີ່ຈະລ້ຽງການຜະລິດ ເພຶ່ອອອກຂາຍສູ່ຕະຫລາດ.

ທີ່ມາ – 9 to 5 Mac

ລອງອ່ານກ່ຽວກັບ  5 ຄົນທີ່ຈະມາເປັນ ຜູ້ນຳຂອງ Apple ຄົນຕໍ່ໄປຕໍ່ຈາກ Steve Jobs

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.