ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແຮງບໍ່ມີຕົກ​! ລະບົບປະຕິບັດການ Android ຍອດດາວໂຫລດ App 3ພັນລ້ານ

ຂ່າວໄອທີ

ລ່າສຸດ Google ອອກມາປະກາດຍອດການດາວໂຫລດ App ໃນ Android Market ຂອງຕົນວ່າ ປະຈຸບັນ ຍອດດາວໂຫລດ App ໃນ Android Market ໄດ້ເຖິງ 3ພັນລ້ານດາວໂຫລດແລ້ວ, ເຊິ່ງໃນນັ້ນກໍ່ບໍ່ເຮັດໃຫ້ຫນ້າແປກໃຈ ຫລື ຕື່ນຕາຕືນໃຈໄປຫາກບໍ່ແມ່ນເພາະ 1ພັນລ້ານລ່າສຸດນັ້ນ ເປັນຍອດດາວໂຫລດທີ່ນັບສະເພາະໄຕມາດທຳອິດຂອງປີນີ້ເທົ່ານັ້ນ. ເຊິ່ງນັ້ນຫມາຍຄວາມວ່າ ຍອດດາວໂຫລດ App ໃນ​ Android Market ໃນສາມເດືອນທີ່ຜ່ານມານັ້ນ ມີຍອດດາວໂຫລດ 1ພັນລ້ານ ເຊິ່ງຕາມລາຍງານບອກວ່າ ຍອດດາວໂຫລດ App ໃນ Android Market ໃນສາມເດືອນທີ່ຜ່ານມາ ຄິດສະເລີຍເປັນ 11ລ້ານຕໍ່ມື້.

ນອກນັ້ນ Google ຍັງເຜີຍອີກວ່າ ຍອດການເປີດໃຊ້ເຄື່ອງໃຫມ່ ຫລື ການ Activation ຂອງ Android ໃນປະຈຸບັນ ສູງເຖິງ 350,000 ເຄື່ອງຕໍ່ມື້,​ ແລະ ຫາກຄິດໄລ່ຫມົດປີນີ້ ຈະມີໂທລະສັບ ຫລື ແທັບເລັດ ຫລື ອຸປະກອນ Android ທັງຫມົດເພີ່ມຂຶ້ນມາອີກ 12ລ້ານເຄື່ອງ.

ທີ່ມາ – ZDNET

ລອງອ່ານກ່ຽວກັບ  Yahoo ປ່ອຍແອັບຯ Flickr For Android ໃຫ້ກັບຜູ້ໃຊ້ງານ Flickr ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.