Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » ຂ່າວໄອທີ » Android 2.3.4 ກຳລັງຈະສົ່ງໃຫ້ອັບເດດໃນ Nexus S ພ້ອມ Video Chat

ລ່າສຸດ Google ອອກມາປະກາດຜ່ານບຼ໊ອກຂອງຕົນເອງແລ້ວວ່າ ຈະອອກ Video ແລະ Voice Chat ໃນ Google Talk, ເຊິ່ງສຳລັບ Video ແລະ Voice Chat ນັ້ນນີ້ຈະມາໃນ Google Talk ລຸ້ນທີ່ມາກັບ Android 2.3.4 ທີ່ຈະປ່ອຍໃຫ້ອັບເດດໃນອີກບໍ່ດົນນີ້.

ສຳລັບ Video ແລະ Voice Chat ໃນ Google Talk ນັ້ນຈະໃຫ້ຜູ້ໃຊ້ສາມາດສົນທະນາກັນໃນບັນຊີ Gmail ໂດຍໃຊ້ ວິດີໂອ ແລະ ສຽງໄດ້ (ເວົ້າງ່າຍກໍ່ Video Call) ໂດຍຜ່ານເຄຶ່ອຂ່າຍທັງ 3G/4G ແລະທັງ WIFI ໄດ້ອີກດ້ວຍ. ນອກນັ້ນແລ້ວ Google Talk ລຸ້ນທີ່ຮອງຮັບ Video Call ນີ້ ຍັງຈະສາມາດໃຊ້ງານໃນ Android 2.3.+ ລຸ້ນອື່ນໄດ້ອີກດ້ວຍ.

ທີ່ມາ – Google Mobile Blog

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ