ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວຮົ່ວ Amazon ຈະອອກໂທລະສັບມືຖື Android ຊື່ Amazon Blaze

ຂ່າວໄອທີ, ໂທລະສັບ

ລ່າສຸດມີລາຍງານ ພ້ອມກັບຮູບພາບປະກອບ ເຊິ່ງອ້າງອີງວ່າ Amazon ກຳລັງຈະອອກໂທລະສັບມືຖື Android ທີ່ມາກັບຫນ້າຈໍ 4.3ນິ້ວ ແລະ ກໍ່ Android 2.3 ເຊິ່ງໃຫ້ຊື່ລຸ້ນນີ້ວ່າ Amazon Blaze ແລະຈະເລີ່ມວາງຂາຍຜ່ານຜູ້ໃຫ້ບໍລິການ AT&T ແລະ Verizon ລວມໄປເຖິງຮ້ານຄ້າອອນໄລນ໌ຂອງຕົນເອງອີກດ້ວຍ.

ສະເປັກຂອງ Amazon Blaze ນີ້ຍອມຮັບໄດ້ເລີຍວ່າສູງ ແລະ ຫນ້າສົນໃຈຫລາຍ, ໂດຍສະເພາະທີ່ມີແຜງ Solar Cell ທີ່ດ້ານຫລັງຂອງຝາປົກຂອງແບັດເຕີລີ່ ທີ່ຈະສາມາດໃຊ້ພະລັງງານທົດແທນຈາກແສງຕາເວັນໄດ້ ເພຶ່ອຍືດອາຍຸການໃຊ້ງານແບັດເຕີລີ່ໃຫ້ໃຊ້ໄດ້ດົນຂຶ້ນ.

ສະເປັກໂດຍລວມຂອງ Amazon Blaze ມີດັ່ງລຸ່ມນີ້:

  • ຫນ້າຈໍຂະຫນາດ 4.3ນິ້ວ
  • ຫນ່ວຍປະມວນຜົນ 1.2GHz dual-core Qualcomm MSM8660
  • Ram ຂະຫນາດ 512MB
  • ຄວາມຈຳໃນໂຕ ຂະຫນາດ 32GB
  • ມາພ້ອມກັບ 8GB microSD
  • ກ້ອງຫນ້າ 1.3 ລ້ານພິກເຊວ
  • ກ້ອງຫລັງ 5ລ້ານພິກເຊວ
  • MHL (Mobile High-Definition Link) ພອດສຳລັບເຊື່ອມຕໍ່ microUSB ແລະ microHDMI
  • DLNA
  • ອາດຈະມີ NFC (ແຫລ່ງຂ່າວກ່າວວ່າຍັງບໍ່ແນ່ໃຈ)
  • Bluetooth 2.1/3.0
  • ຮອງຮັບ GSM/HSPA+
  • ລະບົບປະຕິບັດການ Android 2.3 Gingerbread
  • ຄວາມຫນາຂອງຕົວເຄື່ອງແມ່ນ 9.25ມມ
  • ນ້ຳຫນັກ 120ກຼາມ
  • ແບັດເຕີລີ່ Lithium Ionຄວາມຈຸ 1700mAh
  • ແຜງ Solar Cell ສຳລັບຮັບພະລັງງານແສງອາທິດ.

ຢ່າງໃດກໍ່ຕາມ Amazon ຍັງບໍ່ໄດ້ກຳນົດ ຫລື ຈະອອກມາປະກາດໃດໆກ່ຽວກັບໂທລະສັບມືຖືລຸ້ນນີ້ ແລ້ວກໍ່ຍັງບໍ່ມີລາຄາອອກມາ. ສະນັ້ນ, ກໍ່ໄດ້ແຕ່ຫວັງວ່າລາຄາຈະບໍ່ແພງ ແລະ Amazon ຈະແຍກຂາຍແບບປົດລັອກ ສຳລັບຕະຫລາດຕ່າງປະເທດທີ່ບໍ່ແມ່ນໃນອາເມລິກາ.

ທີ່ມາ – Android Police

ລອງອ່ານກ່ຽວກັບ  Lenovo ເປີດໂຕແທັບເລັດລາຄາປະຢັດ ຂະຫນາດ 7ນິ້ວ ຊື່ລຸ້ນ IdeaPad A1

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.