ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Yahoo ເປີດບໍລິການ Search Direct ເພຶ່ອສູ້ກັບ Google Instant

ຂ່າວໄອທີ

ລ່າສຸດ Yahoo ໄດ້ເລີ່ມເສີມທັບການຄົ້ນຫາ ດ້ວຍຄຸນສົມບັດທີ່ຊື່ວ່າ Search Direct ທີ່ມີລັກສະນະການເຮັດວຽກຄ້າຍໆກັບ Google Instant ທີ່ໄດ້ເປິດໂຕໄປໃນເດືອນ ກັນຍາ 2010 ທີ່ຜ່ານມາ.

ລັກສະນະຂອງ Yahoo Search Direct ກໍ່ຈະເປັນການຄົ້ນຫາໂດຍມີການສະແດງຜົນແບບທັນທີ ຄ້າຍໆກັບ Google Instant, ແຕ່ຈຸດຕ່າງກັນກໍ່ຄື ທາງ Yahoo Search Direct ຈະໂຊຜົນການຄົ້ນຫາທັນທີໃນກ່ອງກ່ອນ ແລ້ວຫລັງຈາກຜູ້ໃຊ້ໄດ້ຜົນຄົ້ນຫາ ຫລື ຄຳຄົ້ນທີ່ຄົບຖວນ ແລະກົດ Enter ຈຶ່ງຈະນຳໄປຫາຫນ້າສະແດງຜົນການຄົ້ນຫາໂດຍລວມ ອີກເທຶ່ອຫນຶ່ງ.

ເວົ້າຫລາຍໄປຜູ້ອ່ານກໍ່ອາດຈະງົງ ເວົ້າໄປເວົ້າມາຜູ້ຂຽນກໍ່ຍົງງົງເອງ, ແຕ່ຢ່າງໃດກໍ່ຕາມ ການເພີ່ມຄວາມສາມາດນີ້ເຂົ້າໄປໃນບໍລິການຄົ້ນຫາຂອງ Yahoo ຈະເປັນການແຂ່ງຂັນ ຫລື ເປັນການນຳແນວທາງ ຈາກ Google ກັນແທ້ ອັນນີ້ຜູ້ໃຊ້ກໍ່ລອງໄປໃຊ້ງານເບິ່ງທີ່ search.yahoo.com ໄດ້ແລ້ວຕັ້ງແຕ່ມື້ນີ້.

ທີ່ມາ – Yahoo search, Mashable

ລອງອ່ານກ່ຽວກັບ  Facebook ປ່ອຍຫນ້າໂປຼໄຟລ໌ແບບ Timeline ໃຫ້ກັບຜູ້ໃຊ້ທຸກຄົນແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ມັນກໍ່ລີກລ້ຽງກັນແລ້ວເດ ມັນຈະເປັນຄ້າຍໆກັບ Ajax Search ເພາະມັນສະແດງຜົນທັນທີໃນກ່ອງ ບໍ່ໄດ້ສະແດງໃນ ຫນ້າສະແດງຜົນເລີຍຫັນນະ ມັນເລີຍເບິງແຕກຕ່າງກັນໄປ. ອີກຢ່າງ Google ມັນກະບໍ່ມັກຟ້ອງຮ້ອງຄົນອື່ນ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.