ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Windows Phone 7 ມີ Appໃນ MarketPlace ເກີນ 1ຫມື່ນ App ແລ້ວ

ຂ່າວດ່ວນ

ລ່າສຸດມີລາຍງານອອກມາວ່າ App ຂອງ Windows Phone 7 ໃນ MarketPlace ປະຈຸບັນມີຍອດເກີນ 1ຫມື່ນ App ແລ້ວ, ເຊິ່ງເປັນການກ້າວຂຶ້ນຫລັກຫມື່ນ ທີ່ໄວກວ່າ ລະບົບປະຕິບັດການອື່ນໆ ເພາະໃຊ້ເວລາພຽງແຕ່ 4ເດືອນເຄິ່ງເທົ່ານັ້ນ.  ຢ່າງໃດກໍ່ຕາມ ປະຈຸບັນ App ຟຼີຂອງ Windows Phone 7 ກໍ່ມີປະມານ 3ພັນກວ່າ App ແລະ ກໍ່ມີ App ໄຮ້ສາລະ ຫລື App ຂີ້ເຫຍື້ອທີ່ເຮົາເອີ້ນກັນ ຫລາຍພໍສົມຄວນໃນ MarketPlace.

ທີ່ມາ – Engadget

ລອງອ່ານກ່ຽວກັບ  MS ຕຽມປ່ອຍ Internet Explorer 9 Beta ໄວໆນີ້?

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຢາກຮູ້ຄືກັນຢູ່ວ່າ Windows Phone 7 ມັນກະສິອ່ານ ແລະພີມລາວໄດ້ຄືກັບ ios ໃນ iphone ແລະ Android ຂອງ google ຢູ່ວະ? ສອງຈິດສອງໃຈຢູ່ນິ

    1. ທັງສາມອັນ ແມ່ນບໍ່ໄດ້ແຕ່ອ່ານໄດ້ອາດຈະເປັນບາງອັນ ແຕ່ແນ່ນອນ iOS ອ່ານໄດ້. ສ່ວນອັນພິມນັ້ນ.. ແມ່ນຜູ້ໃຊ້ ແບບເຮົາໆນິແລະ ເຮັດມັນຂຶ້ນມານະ.. ຫາກມາກັບມັນຫັ້ນບໍ່ມີ

  2. ແລ້ວທ່ານsouliyo ຄິວ່າລະຫວ່າງ Windows Phone 7 ແລະ ລະບົບ Android ໂຕໃດໜ້າສົນໃຈກ່ວາກັນ? ເພາະບໍ່ເຄີຍໃຊ້ນະ

    1. ຂຶ້ນກັບການໃຊ້ງານ… ແຕ່ Windows Phone 7 ກໍ່ຫນ້າສົນໃຈບໍ່ແພ້ກັນໃດ… ໄປລອງຫລິ້ນມາ ກໍ່ຕິດໆໃຈຢູ່ ແຕ່ໃຈຍັງມັກ iOS ຫາກເປັນໂທລະສັບ ຄິດມັກ Android ຮະຮະ

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.