ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ອາດຈະເຜີຍໂສມຫນ້າ Windows 8 ສຳລັບແທັບເລັດໄວໆນີ້

ຂ່າວໄອທີ

ລ່າສຸດໄດ້ມີຂ່າວວົງໃນຂອງ Microsoft ໄດ້ໃຫ້ຂ່າວກັບເວັບໄຊຕ໌ Business Insider ວ່າ Microsoft ກຳລັງຈະເຜີຍໂສຍຫນ້າຂອງ Windows 8 ຫລື ວິນໂດ່ລຸ້ນຕໍ່ໄປ ໃນຫນ້າຂອງແທັບເລັດ ໃນຊ່ວງຕົ້ນພຶດສະພານີ້ ໃຫ້ກັບຊາວໂລກໄດ້ຮັບຮູ້ວ່າຫນ້າຕາຂອງ Windows 8 ໃນໂຫມດຂອງແທັບເລັດເປັນແນວໃດ ແລະ ອາດຈະປ່ອຍໂຕທົດສອບພ້ອມໆ ກັນ ຫລືຫລັງຈາກນັ້ນ ໃຫ້ກັບຜູ້ຜະລິດຕ່າງໆໄປທົດລອງກໍ່ເປັນໄດ້. ເຊິ່ງຕາມລາຍງານກ່ອນຫນ້ານີ້ກໍ່ບອກວ່າ Microsoft ຈະປ່ອຍ Windows 8 ລຸ້ນທົດສອບໃຫ້ກັບຜູ້ຜະລິດໃນເດືອນສິງຫານີ້.

ແຕ່ຢ່າງໃດກໍ່ຕາມລາຍງານນີ້ກໍ່ເປັນພຽງຂ່າວລື່ເທົ່ານັ້ນ, ແຕ່ກໍ່ອາດຈະເປັນໄປໄດ້ວ່າ Microsoft ອາດຈະເຜີຍໂສມຫນ້າ Windows 8 ເພຶ່ອດັກສະກັດຄູ່ແຂ່ງ ແລະ ຜູ້ໃຊ້ທີ່ກຳລັງຈະຫັນໄປໃຊ້ງານແທັບເລັດ Android, iOS ແລະເຈົ້າອື່ນໆ. ເຊິ່ງຜູ້ຂຽນເອງກໍ່ມີຄວາມເຫັນວ່າ Microsoft ອອກມາຊ້າເກີນ ໃນຂະນະທີ່ຕະຫລາດ iPad ໄປໄກເປັນອັບຫນຶ່ງ ແລ້ວແທັບເລັດທີ່ໃຊ້ Android 3.0 ກຳລັງຈະມາຂຶ້ນເປັນອັນດັບສອງ ຫລືຊີງສ່ວນແບ່ງຫລາຍກວ່າກໍ່ໄດ້. ເຊິ່ງເວົ້າໄດ້ວ່າ ປະຈຸບັນ Microsoft ບໍ່ໄດ້ເປັນຜູ້ນຳດ້ານລະບົບປະຕິບັດການອີກຕໍ່ໄປແລ້ວ ເພາະສັງເກດຈາກການເປັນຜູ້ຕາມ ສອງລະບົບໃຫຍ່ໆຄື iOS ແລະ Android. ແຕ່ກໍ່ອາດຈະເປັນໄປໄດ້ວ່າ ຫົວນຳຫລັງ ດັງກວ່າ ເຊິ່ງ Microsoft ອາດຈະມາຊ້າ ແຕ່ຕອບໂຈດການໃຊ້ງານກໍ່ເປັນໄດ້ ເພາະ Microsoft ຍັງມີຈຸດຂາຍຄື Microsoft Office.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ຂ່າວລື AOL ຈະຂາຍບໍລິສັດໃຫ້ ໄມ​ໂຄ​ຊອຟົທ໌

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.