ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Typing Maniac App ສຳລັບຊ່ວຍເຝິກຝົນ ການພິມໄວໃນ iPhone

FREE WARE, iOS Apps

ຫລາຍຄົນອາດຈະເຄີຍເຫັນໂປຼແກຼມທີ່ຊ່ວຍເຝິກຝົນການພິມ ຫລື ໃຊ້ຄີບອດຄອມພິວເຕີໃຫ້ໄວຂຶ້ນໄປແລ້ວ ຫລາຍຕໍ່ຫລາຍໂຕ. ແຕ່ມື້ນີ້ທາງເວັບຈະມາແນະນຳ App ທີ່ຊ່ວຍເພີ່ມທັກສະ ຫລື ເຝິກຝົນການພິມໃນ iPhone ມາຝາກກັນ ເຊິ່ງມັນກໍ່ຄື Typing Maniac.

ເຊຶ່ອວ່າຫລາຍຄົນທີ່ໃຊ້ iPhone ແລະ  iPod touchອາດຈະມີບັນກາໃນການພິມ ເຊິ່ງອາດຕ້ອງໃຊ້ເວລາພໍສົມຄວນໃນການປັບໂຕ. ສະນັ້ນທາງເວັບຈຶ່ງມາແນະນຳ Typing Maniac ໃຫ້ຜູ້ໃຊ້ iPhone ແລະ iPod touch ໄດ້ດາວໂຫລດໄປເຝິກຝົນກັນ ເພຶ່ອຈະໄດ້ພິມກັນໄວໆ ເພຶ່ອຕອບຂໍ້ຄວາມຕ່າງໆ ບໍ່ວ່າຈະເປັນສື່ສັງຄົມອອນໄລນ໌ ຫລື ການແຊັດ.

ວິທີການຫລິ້ນເກມນີ້ກໍ່ງ່າຍໆບໍ່ສັບຊ້ອນ, ເພາະໃນເກມຈະມີຄຳສັບໄຫລລົງມາ ຜູ້ຫລິ້ນກໍ່ພຽງແຕ່ພິມຂໍ້ຄວາມ ຫລື ຄຳສັບນັ້ນໆ ໃຫ້ທັນແລ້ວກ່ອນທີ່ມັນຈະຕົກລົງເຖິງພື້ນ ແລະ ຕ້ອງພິມໃຫ້ໄວຂຶ້ນ ແລະ ໄວເທົ່າໃດກໍ່ຈະໄດ້ຄະແນນຫລາຍເທົ່ານັ້ນ. ຜູ້ຫລິ້ນສາມາດນຳເອົາຄະແນນໄປໂພສລົງ Facebook ຫລື Twitter ໄດ້ ນອກນັ້ນຍັງຮອງຮັບ Game Center ອີກດ້ວຍ.

ອຸປະກອນ ແລະ ລະບົບປະຕິບັດການ ທີ່ຮອງຮັບ:

  • iPhone, iPod touch, ແລະ iPad (ບໍ່ແນ່ໃຈວ່າຈະໄດ້ບໍ່).
  • iOS 3.0 ຂຶ້ນໄປ.

ດາວໂຫລດ: http://itunes.apple.com/us/app/typing-maniac/id402038074

ລອງອ່ານກ່ຽວກັບ  Facebook ສຳລັບ iPhone ອັບເດດແລ້ວ ໃຫ້ເຂົ້າກັບໜ້າຕາ iOS 7

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.