ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Twitter ເປີດໃຫ້ເລືອກໃຊ້ງານ Https ແບບຕະຫລອດເວລາແລ້ວ

social media, ຂ່າວດ່ວນ

ລ່າສຸດ Twitter ໄດ້ເປີດໃຫ້ຜູ້ໃຊ້ຕັ້ງຄ່າການໃຊ້ງານ ໂດຍສາມາດເລືອກໃຊ້ Https ແບບຕະຫລອດເວລາໄດ້. ເພຶ່ອເພີ່ມຄວາມປອດໄພຂອງຜູ້ໃຊ້ໃຫ້ມີລະດັບທີ່ປອດໄພສູງຂຶ້ນ. ຢ່າງໃດກໍ່ຕາມ, ປົກກະຕິທາງ Twitter ກໍ່ຈະກະເຂົ້າລະຫັດ https ທຸກຄັ້ງຢູ່ແລ້ວ ໃນເວລາລັອກອິນ. ແຕ່ການເຮັດຕົວເລືອກນີ້ຂຶ້ນມາ ແມ່ນໃຫ້ເຂົ້າລະຫັດແບບ https ຕະຫລອດເວລາ ຫລື ທຸກຫນ້ານັ້ນເອງ.

ສຳລັບຜູ້ໃຊ້ທີ່ຕ້ອງການເປີດໃຊ້ https ແບບຕະຫລອດເວລາ ເພຶ່ອຄວາມປອດໄພທີ່ເພີ່ມຂຶ້ນ ກໍ່ສາມາດເຮັດຕາມຂັ້ນຕອນລຸ່ມນີ່ໄດ້:

ກ່ອນອື່ນຕ້ອງລັອກອິນເຂົ້າບັນຊີ Twitter ຂອງທ້ານ ແລ້ວກໍ່ເຂົ້າໄປທີ່ Settings ທີ່ຢູ່ເມນູທາງເທິງນັ້ນ ພໍເຂົ້າໄປແລ້ວກໍ່ກົດທີ່ Account.

ຫລັງຈາກນັ້ນກໍ່ເລື່ອນລົງມາລຸ່ມໆສຸດ ຈະເຫັນຫົວຂໍ້ທີ່ຊື່ວ່າ HTTPS Only ກໍ່ພຽງຄິກເລືອກເອົາ ຫລັງຈາກນັ້ນກໍ່ກົດ Save ແລ້ວກໍ່ຈະມີຫນ້ານ້ອຍໆຂຶ້ນມາໃຫ້ໃສ່ລະຫັດ ແລ້ວກໍ່ໃສ່ລະຫັດລົງໄປ. ກໍ່ເປັນອັນສິ້ນສຸດວິທີການ.

ທີ່ມາ – Twitter Blog

ລອງອ່ານກ່ຽວກັບ  Apple ກຳລັງຈະເປີດ Mac App Store ໃນວັນທີ 13 ທັນວ່ານີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.