ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Amazon ໃຫ້ທົດລອງໃຊ້ App ຂອງ Android ເທິງຫນ້າເວັບ ກ່ອນການຊື້

ຂ່າວໄອທີ

ຫລັງຈາກທີ່ໄດ້ເປີດບໍລິການຂາຍ Application ຂອງ Android ຊື່Amazon AppStoreໄປແລ້ວ ໃນອາທິດທີ່ຜ່ານມາ ປະຈຸບັນ Amazon ໄດ້ເພີ່ມຄວາມສາມາດໃຫມ່ເຂົ້າໄປ ນັ້ນກໍ່ຄື ການໃຫ້ຜູ້ໃຊ້ ຫລື ຜູ້ຊື້ສາມາດທົດລອງໃຊ້ງານ Application ຫລື ເກມ ໄດ້ເທິງຫນ້າເວັບຂອງ Amazon Appstore ໂດຍຜ່ານ Android virtual machine.

Android virtual machine ເປັນຄວາມສາມາດຫນຶ່ງທີ່ Amazon ເພີ່ມເຂົ້າມາ ເພຶ່ອໃຫ້ຜູ້ໃຊ້ໄດ້ທົດລອງຫລິ້ນ ເກມ ຫລື App ທີ່ຕົນເອງກຳລັງຈະຊື້ ຫລື ດາວໂຫລດ ໂດຍຜ່ານເວັບບຼາວເຊີ່ ເທິງຫນ້າເວັບ, ເຊິ່ງຈະສາມາດຊ່ວຍໃຫ້ຜູ້ໃຊ້ສາມາດຕັດສິນໃຈໄດ້ງ່າຍຂື້ນວ່າຈະຊື້ ຫລືບໍ່. ນອກນັ້ນ, ຍັງເປັນຜົນດີກັບຜູ້ໃຊ້ທີ່ຍັງບໍ່ແນ່ໃຈກັບ App ທີ່ຕົນເອງກຳລັງຈະຊື້ ຫລື ດາວໂຫລດ, ທີ່ຈະສາມາດໄດ້ທົດລອງໃຊ້ວ່າມັນຕອບໂຈດກັບຄວາມຕ້ອງການຂອງຕົນເອງຫລືບໍ່ ເພຶ່ອຫລັງຈາກຊື້ໄປ ຈະບໍ່ເສຍໃຈພາຍຫລາຍ. ເພາະສ່ວນໃຫຍ່ ຫລາຍຄົນທີ່ໄດ້ຊື້ Application ໄປແລ້ວ ຮູ້ສຶກບໍ່ພໍໃຈກັບ Application ທີ່ຕົນເອງຊື້ມາ. ວິທີການທີ່ຈະເຂົ້າໄປທົດລອງໃຊ້ງານນັ້ນກໍ່ເຂົ້າໄປທີ່ Amazon AppStore ແລ້ວກໍ່ຄິກໄປທີ່ App ທີ່ວາງສະແດງ ແລ້ວບອກວ່າຮອງຮັບ Test Drive ແລ້ວກໍ່ຄິກທີ່ປຸ່ມດັ່ງກ່າວ ເທົ່ານັ້ນກໍ່ຈະພາທ່ານໄປຍັງບ່ອນທົດລອງ.

ຢ່າງໃດກໍ່ຕາມ ຄວາມສາມາດນີ້ຍັງບໍ່ສາມາດໃຊ້ໄດ້ກັບຫມົດທຸກ App ໃນ Amazon Appstore ແຕ່ຢ່າງໃດ. ຜູ້ອ່ານທ່ານໃດຕ້ອງການທົດລອງ ກໍ່ສາມາດເຂົ້າໄປເບິ່ງໄດ້ທີ່ Amazon AppStore. ນອກຈາກຈະໄດ້ທົດລອງ App ແລະ ທ່ານຍັງຈະໄດ້ທົດລອງໃຊ້ ໂທລະສັບລະບົບປະຕິບັດການ Android ໄປໃນໂຕອີກດ້ວຍ.

ທີ່ມາ – Amazon AppStore

ລອງອ່ານກ່ຽວກັບ  Apple, Google... ຫນຶ່ງໃນສິບອັນດັບ ບໍລິສັດທີ່ຖືກຍ້ອງຍໍຫລາຍທີສຸດໃນໂລກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.