ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Toshiba Honeycomb ແທັບເລັດ ເຜີຍໂຕງຽບໆເທິງ Amazon

ຂ່າວໄອທີ, ແທັບເລັດ

ລ່າສຸດທາງ Toshiba ກໍ່ຕຽມໂຕວາງຂາຍແທັບເລັດຂະຫນາດ 10 ນິ້ວທີ່ມາກັບລະບົບປະຕິບັດການ Android 3.0 ຫລື Honeycomb. ເຊິ່ງປະຈຸບັນທາງ Toshiba ກໍ່ໄດ້ເຜີຍໂສມແທັບໂຕນີ້ລົງໄປໃນເວັບໄຊຕ໌ Amazon ແລ້ວ ແຕ່ຍັງບໍ່ໄດ້ປະກາດລາຄາແຕ່ຢ່າງໃດ.

ລາຍລະອຽດສະເປັກຂອງ Toshiba ແທັບເລັດມີດັ່ງນີ້:

  • ຫນ້າຈໍ LED ຂະຫນາດ 10.1 ນິ້ວ ຮອງຮັບການຫລິ້ວິດີໂອໄດ້ເຖິງລະດັບ 720p.
  • ຫນ່ວຍປະມວນຜົນທີ່ໃຊ້ແມ່ນ NVIDIA Tegra 2 dual-core.
  • ມີກ້ອງດ້ານຫລັງ ຄວາມລະອຽດ 5ລ້ານພິກເຊວ ເປັນ autofocus ບໍ່ມີແຟັດ ສາມາດບັນທຶກວິດີໂອໄດ້ລະດັບ 720p
  • ກ້ອງຫນ້າມີຄວາມລະອຽດ 2ລ້ານພິກເຊວ.
  • ມີພອກ USB ແລະ mini-USB ໃນໂຕ ໃຫ້ສາມາດເຊື່ອມຕໍ່ Flash Drive ໄດ້ໂດຍກົງ.
  • ມີພອດ HDMI ສຳລັບຕໍ່ອອກໄປຍັງຈໍພາຍນອກ.
  • ມີຊ່ອງໃສ່ SD card ມາແປກ ເພາະຫລາຍເຈົ້າຈະໃຊ້ Micro SD Card.
  • ຮອງການເຊື່ອມຕໍ່ຜ່ານ Wi-Fi ໄດ້ລະດັບ N ແລະ Bluetooth.
  • ລະບົບປະຕິບັດການເປັນ Android 3.0 ຫລື Honeycomb.

ຢ່າງໃດກໍ່ຕາມ ສຳລັບແທັບໂຕນີ້ຍັງບໍ່ມີການປະກາດລາຄາຢ່າງເປັນທາງການແຕ່ຢ່າງໃດ, ແຕ່ກຳນົດເວລາການວາງຂາຍນັ້ນ ໃນທາງເວັບໄຊຕ໌ຂອງທາງ Toshiba ເອງກໍ່ໄດ້ແຈ້ງໄວ້ວ່າ ຈະເປັນໄຕມາດທີ່ສອງຂອງປີນີ້.

ທີ່ມາ – Amazon, Thetoshibatablet.com

ລອງອ່ານກ່ຽວກັບ  Samsung ເປີດໂຕໂທລະທັດ 3ມິຕິ D6400 ແລະ D6500 ໃນເກົາຫລີໃຕ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. Specs ເຫນືອກວ່າ Ipad 2 ອີກ, ແຖມ Toshiba ຈະຕີລາຄາຖືກ ກວ່າ… ຕາມ Rob Wilkinson (ຜູ້ຈັດການ information system division ຂອງ Toshiba).

  2. ສະເປັກບໍ່ສຳຄັນ ສຳຄັນຄື ເມຶ່ອມັນເຮັດວຽກກັບລະບົບປະຕິບັດການແລ້ວ ມັນເຮັດວຽກໄດ້ໄວ ແລະ ສະຖຽນດີສ່ຳໃດ. ເພາະ ລະບົບປະຕິບັດການບາງໂຕກໍ່ບໍ່ຕ້ອງການສະເປັກທີ່ສູງ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.