ເລື່ອງລາວຂອງ TECH, STARTUP, ແລະ DIGITAL

TextPlus App ສຳລັບສົ່ງ SMS ຟຼີ ແບບບໍ່ຈຳກັດ ສຳລັບ iOS ແລະ Android

Android Apps, FREE WARE, iOS Apps

ໃຜມີຫມູ່, ແຟນ, ພີ່ນ້ອງ, ຫລືຄົນຮູ້ຈັກຢູ່ທີ່ອາເມລິກາ ຫລື ແຄນາດາ ບໍ່ຄວນພາດ TextPlus App ທີ່ຈະເຮັດໃຫ້ທ່ານສາມາດສົ່ງຂໍ້ຄວາມສັ້ນ ຫລື SMS ຫລື Text ໄປຫາຄົນທີ່ຢູ່ອາເມລິກາ ລວມເຖິງແຄນາດາ ໄດ້ແບບຟຼີໆ ແລະ ບໍ່ມີຈຳນວນຈຳກັດອີກດ້ວຍ.

ເວົ້າໃຫ້ເຂົ້າໃຈງ່າຍໆກໍ່ຄື TextPlus ເປັນ App ທີ່ເອົາໄວ້ສົ່ງຂໍ້ຄວາມຟຼີເທິ່ງ iPhone, iPod touch ແລະ iPad ໂດຍຜ່ານເຄຶ່ອຄ່າຍ WiFi, 3G ແລະ EDGE ໂດຍຜູ້ໃຊ້ພຽງປ້ອນເລກຫມາຍປາຍທາງລົງໄປ (ໄດ້ພຽງ ອາເມລິກາ ແລະ ແຄນາດາ ເທົ່ານັ້ນ) ກໍ່ຈະສາມາດສົ່ງຂໍ້ຄວາມດັ່ງກ່າວໄປຍັງເບີປາຍທາງໄດ້ແລ້ວ ແລະ ຜູ້ຮັບກໍ່ບໍ່ຈຳເປັນຕ້ອງມີ TextPlus ໃນໂທລະສັບຂອງຕົນເອງແຕ່ຢ່າງໃດ, ພຽງແຕ່ໂທລະສັບສາມາດຮັບຂໍ້ຄວາມໄດ້ກໍ່ຖືວ່າຮັບຂໍ້ຄວາມຈາກ TextPlus ໄດ້ແລ້ວ. ຜູ້ໃຊ້ທີ່ໃຊ້ງານ TextPlus ກໍ່ຈະມີເລກຫມາຍປາຍທາງຂອງຕົນເອງ ເປັນເລກຫມາຍຂອງທາງ ອາເມລິກາ ເຊິ່ງຄົນອື່ນໆ ສາມາດສົ່ງຂໍ້ຄວາມເຂົ້າມາຫາຜູ້ໃຊ້ TextPlus ໄດ້ ໂດຍບໍ່ຈຳເປັນວ່າ ຕ້ອງມີ TextPlus ນຳກັນຫລືບໍ່. ສະນັ້ນຫມາຍຄວາມວ່າ TextPlus ສາມາດຮັບຂໍ້ຄວາມ ທີ່ສົ່ງມາຈາກບໍລິການອື່ນໆ ທີ່ຖືກສົ່ງຜ່ານເຄືອຂ່າຍໂທລະສັບໄດ້.

ນອກຈາກຈະອອກມາສຳລັບຜູ້ໃຊ້ iOS ແລ້ວ, TextPlus ຍັງມີເວີຊັ່ນສຳລັບ Android ອອກມາອີກ ເພຶ່ອໃຫ້ຜູ້ໃຊ້ໄດ້ສົ່ງຂໍ້ຄວາມສັ້ນຟຼີໆ. ແຕ່ສຳລັບລຸ້ນຟຼີນີ້ ຜູ້ໃຊ້ອາດຈະໄດ້ເບີປາຍທາງທີ່ຈື່ຍາກຫນ້ອຍຫນຶ່ງ ແລະ ກໍ່ອາດຈະມີໂຄສະນານ້ອຍໆ ມາກວນໃຈ. ແຕ່ກໍ່ຢ່າໄປສົນເລີຍ ອອກມາໃຫ້ໃຊ້ຟຼີແລ້ວ ກໍ່ເອົາໄປສົ່ງຂໍ້ຄວາມ ລົມກັບຫມູ່ ຫລື ຄົນຮູ້ຈັກ ທີ່ຢູ່ໃນ ອາເມລິກາ ແລະ ແຄນາດາ ແລ້ວກໍ່ລົມກັນແຊັດກັນໃຫ້ຮູ້ສຶກວ່າຢູ່ໃນປະເທດດຽວກັນເລີຍ ທີດຽວຊຽວ.

ລະບົບປະຕິບັດການ ທີ່ຕ້ອງການ:

  • iOS 2.3 ຂຶ້ນໄປ ສຳລັບ iPad
  • iOS 3.1 ຂຶ້ນໄປ ສຳລັບ iPod touch ແລະ iPhone
  • Android 1.6 ຂຶ້ນໄປ.

ດາວໂຫລດສຳລັບ iPhone, iPod touch ແລະ iPad: http://itunes.apple.com/us/app/textplus-free-text-group-texting

ດາວໂຫລດສຳລັບ Android: https://market.android.com/details?id=com.gogii.textplus

ລອງອ່ານກ່ຽວກັບ  Mac App Store ກຳລັງຈະເປີດໃນວັນທີ່ 6ມັງກອນນີ້

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.