ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປັນຫານ້ອຍໆຂອງ iPad 2 ປາກົດໂຕຂຶ້ນມາໃຫ້ເຫັນແລ້ວ ເທິງຫນ້າຈໍ

ຂ່າວດ່ວນ, ແທັບເລັດ

ເຫັນຫົວຂໍ້ແລ້ວ ຢ່າຝ້າວຕົກໃຈ ສຳລັບໃຜທີ່ຖ້າຊື້ iPad 2 ຢູ່. ເພາະມັນເປັນພຽງປັນຫາຫນຶ່ງ ເຊິ່ງປັນຫານີ້ກໍ່ຄືແສງໄຟໃນຫນ້າຈໍຮົ່ວອອກມາ. ເພາະລ່າສຸດເວັບໄຊຕ໌ Engadget ໄດ້ໂພສບົດຄວາມດັ່ງກ່າວເພຶ່ອຖາມສະມາຊິກຄົນທີ່ຖື iPad 2 ວ່າເຈີບັນຫາດຽວກັນບໍ່ ເຊິ່ງຫລັງຈາກທີ່ ໄປອ່ານຄວາມເຫັນ ແລະ ຮູບພາບປະກອບແລ້ວ ຫລາຍຄົນກໍ່ເປັນເຊັ່ນດຽວກັນ.

ບັນຫາແສງໄຟ ຮົ່ວເທິງຫນ້າຈໍ ຂອງ iPad 2 ນີ້, ຈະສາມາດເຫັນໄດ້ໃນກໍລະນີທີ່ເບິງຫນັງ ຫລື ໃຊ້ງານ App ທີ່ມີຄວາມມືດຫລາຍໆ ຫລື ສີພື້ນເປັນສີດຳ ກໍ່ຈະເຫັນໄດ້ຊັດເຈນຂຶ້ນວ່າມີແສງໄຟຮົ່ວອອກມາ ຈາກບໍລິເວນຂອບເບື້ອງລຸມ ຫລື ບໍລິເວນປຸ່ມ HOME ນັ້ນເອງ. (ສາມາດເບິ່ງຮູບ ແລະ Video ທ້າຍຂ່າວໄດ້).

ທີ່ມາ – Engadget

ລອງອ່ານກ່ຽວກັບ  ມາແລ້ວ Angry Birds ເວີຊັ່ນ Valentine ສຳລັບ ລະດູການແຫ່ງຄວາມຮັກ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເອົ້າແລ້ວ…..ສິນຄ້າລ໋ອດທຳອິດຍ່ອມມາກັບບັນຫາສະເໝີ…ບັນຫາຕໍ່ໄປກໍ່ຄົງຈະມີອີກຫັ້ນ
    ຖ້າລ໋ອດສອງສາມອອກມານີ້ແຈ່ມເລີຍແລະ

    1. ບໍ່ດອກ ຊື້ລັອດໃດກໍ່ຄືກັນ. ເພາະມັນໄດ້ຜະລິດອອກມາແລ້ວ. ຄືກັບ iPhone 4 ຫັ້ນລະ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.