ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy Player ມີຍອດຂາຍ 2ຫມື່ນເຄື່ອງ ພາຍໃນ 10ວັນ

ຂ່າວດ່ວນ

Samsung ໄດ້ເລີ່ມຂາຍ Galaxy Player (YP-GB1) ໃນຊ່ວງກາງເດືອນທີ່ຜ່ານມາທີ່ເກົາຫລີໄຕ້, ປະຈຸບັນ ກໍ່ມີລາຍງານອອກມາຈາກ ເວັບໄຊຕ໌ SamsungHub ເຊິງໄດ້ລາຍງານວ່າ Samsung ຂາຍ Galaxy Player (YP-GB1) ໄດ້ເຖິງ 2ຫມື່ນເຄື່ອງແລ້ວທີ່ເກົາຫລີໄຕ້ ຫລັງຈາກເປີດໂຕ ແລະໃຊ້ເວລາພຽງແຕ່ 10ວັນເທົ່ານັ້ນ ໃນການກ້າວໄປເຖິງຍອດຂາຍດັ່ງກ່າວ.

ເຊິ່ງສະເປັກຂອງ Samsung Galaxy Player (YP-GB1) ນັ້ນຈະມາກັບຫນ່ວຍປະມວນຜົນ 1GHz ຫນ້າຈໍໍ Super Clear LCD ຂະຫນາດ 4ນິ້ວ, ມີກ້ອງຫນ້າ ສຳລັບເຮັດ​ Video Call ແລະກ້ອງຫລັງ 3.5ລ້ານພິກເຊວ, ຮອງຮັບ Wi-Fi, Bluetooth ແລະ GPS, ມີຊ່ອງໃສ່ Micro SD Card ແລະທີ່ສຳຄັນມາກັບ Android 2.2 ອີກດ້ວຍ. ຂະຫນາດຄວາມຈຳ ແລະ ລາຄາມີສອງແບບໃຫ້ເລືອກ ຄື: 8GB 399,000 ວອນ ຫລື ປະມານ $559 ແລະ 16GB 459,000ວອນ ຫລື ປະມານ $413 ເທົ່ານັ້ນ.

ທີ່ມາ – SamsungHub

ລອງອ່ານກ່ຽວກັບ  ຂ່າວລື: Apple ຕຽມຈັດງານກ່ຽວກັບເລື່ອງ Media ໃນທ້າຍເດືອນມັງກອນນີ້.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.