ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy Tab 8 ແລະ 10ນິ້ວ ເຄາະລາຄາ ຕຽມສູ້ກັບ iPad 2

ຂ່າວໄອທີ, ແທັບເລັດ

ຫລັງຈາກທີ່ iPad 2 ເປິດໂຕໄປດ້ວຍລາຄາທີ່ບໍ່ແພງຫລາຍ ຈຶ່ງເຮັດໃຫ້ທາງ Samsung ຕ້ອງຢຸດ ຫລື ບໍ່ສາມາດປະກາດລາຄາ Samsung Galaxy Tab ລຸ້ນ 8ນິ້ວ ແລະ 10ນິ້ວທັນທີ.

ແຕ່ລ່າສຸດທາງ Samsung ກໍ່ອອກມາປະກາດລາຄາສຳລັບ Samsung Galaxy Tab 8ນິ້ວ ແລະ 10ນິ້ວ ແລ້ວ, ເຊິ່ງເລີມຕົ້ນທີ່ $469 ສຳລັບລຸ້ນ 8ນິ້ວ ແລະ $499 ສຳລັບລຸ້ນ 10ນິ້ວ ລາຍລະອຽດແລະໂຕເລືອກມີດັ່ງລຸ່ມນີ້:

  • Samsung Galaxy Tab 8ນິ້ວ ລຸ້ນ 16GB ລາຄາ $469
  • Samsung Galaxy Tab 8ນິ້ວ ລຸ້ນ 32GB ລາຄາ $569
  • Samsung Galaxy Tab 1oນິ້ວ ລຸ້ນ 16GB ລາຄາ $499
  • Samsung Galaxy Tab 10ນິ້ວ ລຸ້ນ 32GB ລາຄາ $599

ຫລັງຈາກທີ່ເຫັນລາຄາໄປແລ້ວ ອາດຈະສັງເກດ ຫລືເຫັນໄດ້ຊັດເຈນວ່າ ລຸ້ນ 1oນິ້ວນັ້ນ ລາຄາເທົ່າກັບ iPad 2 ລຸ້ນ WIFI ຢ່າງບໍ່ລຸດລື່ນກັນເລີຍ, ແລະກຳນົດການອອກວາງຂາຍຂອງ Samsung Galaxy Tab ທັງສອງລຸ້ນນີ້ແມ່ນວັນທີ 8ມິຖຸນານີ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Toshiba ເຄາະລາຄາ ແລະ ວັນວາງຈຳຫນ່າຍ ຂອງແທັບເລັດ Trive ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເຫີໆ ລູກຄ້າໃຜລູກຄ້າມັນ ເຂົ້າສູດແປະເລີຍໃຜມັກແບນໃດກະໄປຫາແບນນັ້ນເປັນຂອງທຳມະດາທຸກຢ່າງຍ່ອມມີທັ້ງຂໍ້ດີແລະຂໍ້ເສີຍຄຽງຄູ່ກັນໄປ ທີ່ສຳຄັນຄືຕ້ອງຖາມເຮົາເອງກ່ອນວ່າຈະຊື້ມາເຮັດຫຍັງເພື່ອໃຫ້ໄດ້ຜົນປະໂຫຍດສູງສຸດຈາກສຶ່ງຂອງທີ່ເຮົາຊື້ມາ…
    ຂອບໃຈຫລາຍໆໆໆສຳລັບສຶ່ງດີໆທີ່ນຳມາແບ່ງປັນ

Leave a Reply to ທີ ພູມີຜົນ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.