ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy Player 4 ແລະ 5 ກຳລັງຈະວາງຂາຍໃນ ອາເມລິກາ

ຂ່າວໄອທີ

ລ່າສຸດມີລາຍງານຂ່າວອອກມາວ່າ Samsung ກຳລັງຈະວາງຂາຍ Galaxy Player ຂະຫນາດ 4ນິ້ວ ແລະ 5ນິ້ວ ໂດຍໃສ່ຊື່ວ່າ Galaxy Player 4 ແລະ Galaxy Player 5. ກໍ່ຕາມທີ່ຮູ້ກັນດີວ່າ Samsung ອອກ Galaxy Player ອອກມາ ກໍ່ເພຶ່ອຍາດສ່ວນແບ່ງຕະຫລາດຂອງ iPod touch. ສຳລັບ Galaxy Player ທັງສອງລຸ້ນ ຈະມາກັບ Android 2.2 (ພ້ອມທີ່ຈະອັບເກດເປັນ Android 2.3ໃນອານາຄົດ) ແລະຈະບໍ່ສາມາດ ໂທອອກໄດ້. ເວົ້າລວມໆແລ້ວກະຄື Galaxy S ທີ່ໂທບໍ່ໄດ້ນັ້ນເອງ. ຄາດການກັນວ່າ Samsung ຈະເລີ່ມຂາຍ Galaxy Player ທັງສອງໂຕ ໃນໄຕມາດທີສອງທີ່ຈະເຖິງນີ້ ໃນອາເມລິກາ.

ສຳລັບ Galaxy Player 4 ນັ້ນຈະມາກັບສະເປັກດັ່ງນີ້:

  • ຫນ້າຈໍຂະຫນາດ 4ນິ້ວ ເປັນຈໍ Super Clear LCD ຮອງຮັບການຫລິ້ນວິດີໂອແບບ HD.
  • ມີກ້ອງຫລັງ 3.2ລ້ານພິກເຊວ ແລະ ກ້ອງຫນ້າ ເປັນ VGA.
  • ມີຄວາມຈຳໃນໂຕ 8GB ແລະຊ່ອງໃສ່ Micro SD ຮອງຮັບສູງເຖິງ 32GB
  • ຮອງຮັບ Wifi ແລະ Bluetooth ເປັນ 3.0
  • ມາກັບ Android 2.2 ແລະ ສາມາດອັບເກດເປັນ 2.3 ໄດ້ໃນອານາຄົດ.

ສຳລັບ Galaxy Player 5 ນັ້ນຈະມາກັບສະເປັກດັ່ງນີ້:

  • ຫນ້າຈໍຂະຫນາດ 5ນິ້ວ ເປັນຈໍ WVGA TFT-LCD ຮອງຮັບການຫລິ້ນວິດີໂອແບບ HD.
  • ມີກ້ອງຫລັງ 3.2ລ້ານພິກເຊວພ້ອມກັບແຟັດ ແລະ ກ້ອງຫນ້າ ເປັນ VGA.
  • ມີຄວາມຈຳໃນໂຕ 8GB ແລະຊ່ອງໃສ່ Micro SD ຮອງຮັບສູງເຖິງ 32GB
  • ຮອງຮັບ Wifi ແລະ Bluetooth ເປັນ 3.0
  • ມາກັບ Android 2.2 ແລະ ສາມາດອັບເກດເປັນ 2.3 ໄດ້ໃນອານາຄົດ.

ສະເປັກທັງສອງໂຕທີ່ກ່າວມານີ້, ມີຄວາມຄ້າຍຄືກັນຫລາຍ ເຊິ່ງລາຄາຍັງບໍ່ມີການແຈ້ງອອກມາ ຫາກມີຫຍັງເຄື່ອນໄຫວກ່ຽວກັບ Galaxy Player ສອງໂຕນີ້ ທາງເວັບຈະນຳມາອັບເດດໃຫ້ຮັບຮູ້ກັນໃຫ້ໄວທີ່ສຸດ.

ທີ່ມາ​ -​ Engadget

ລອງອ່ານກ່ຽວກັບ  Samsung ພັດທະນາ​ຈໍ​ LCD ຕໍ່ຜ່ານ USB ຂະຫນາດ 18.5 ນິ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.