ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເປີດໂຕໂທລະທັດ 3ມິຕິ D6400 ແລະ D6500 ໃນເກົາຫລີໃຕ້

ຂ່າວໄອທີ

ລ່າສຸດບໍລິສັດ Samsung ກໍ່ໄດ້ເປີດໂຕໂທລະທັດລຸ້ນໃຫມ່ເຖິງສອງລຸ້ນ ໃນປະເທດເກົາຫລີໃຕ້ ທັງສອງລຸ້ນກໍ່ຄື D6400 Series ແລະ D6500 Series. ທັງສອງລຸ້ນຈະມາກັບສາມຂະຫນາດ ຄື 40ນິ້ວ, 46ນິ້ວ ແລະ 55ນິ້ວ.

ຄຸນນະສົມບັດຫລັກໆຂອງ D6400 Series ແລະ D6500 Series ນີ້ກໍ່ຄື ຈະມີ Crystal Black Panel, Hyper-real engine ແລະ ການເຄືອນໄຫວຂອງພາບທີ່ສົມຈິງ. ນອກນັ້ນ ຍັງສາມາດປ່ຽນ ຄອນເທັ້ນຫລື ວິດີໂອທີ່ເປັນແບບ 2ມິຕິ ຫລື 2D ໄປເປັນແບບ 3ມິຕິ ຫລື 3D ໄດ້ອີກດ້ວຍ. ພ້ອມນັ້ນຍັງຮອງຮັບ ແວ່ນຕາສາມິຕິແບບ Bluetooth, ໃຊ້ Smart Hub UI, ຮອງຮັບການຕິດຕັ້ງ App ແລະ ທີ່ສຳຄັນຮອງຮັບ 3D VOD ຫລື 3D Video On demand ທີ່ຫາກໍ່ເປີດໂຕໄປບໍ່ດົນມານີ້ທີ່ເກົາຫລີໃຕ້.

ສຳລັບລາຄາໃນການເປີດໂຕແມ່ນເລີ່ມຕົ້ນຕັ້ງແຕ່ $2,134 ເຖິງ $4,089 ສຳລັບລຸ້ນ D6400 Series, ສ່ວນລຸ້ນ D6500 Series ແມ່ນລາຄາເລີ່ມຕົ້ນທີ່ $2,311 ເຖິງ $4,622.

ທີ່ມາ – Samsung Hub

ລອງອ່ານກ່ຽວກັບ  Windows Live Messenger 2011 ເວີຊັ່ນເຕັມ ປ່ອຍໃຫ້ດາວນ໌ໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.