ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ເຜີຍໂສມ ໂທລະທັດ 3ມິຕິ 55ນິ້ວ ແບບບໍ່ງໍ້ແວນຕາ

ຂ່າວໄອທີ

ລ່າສຸດທາງ Samsung ໄດ້ເຜີຍໂສມຕົນແບບ ໂທລະທັດຂະຫນາດ 55ນິ້ວ ທີ່ງານ FPD China 2011 (Flat Panel Display China 2011). ໂທລະທັດໂຕດັ່ງກ່າວ ໃຊ້ຈໍ LCD ຂະຫນາດ 55ນິ້ວ ແລະ ຮອງຮັບການສະແດງຜົນແບບ 3ມິຕິ ໄດ້ເຖິງ 9 ມຸມມອງ ດ້ວຍໄລຍະຫ່າງ 2.5ແມັດ ຫາ 6ແມັດ.

ນອກຈາກນັ້ນ ໂທລະທັດລຸ້ນດັ່ງກ່າວຍັງຮອງຮັບ ການສະແດງຜົນແບບ full HD, ແລະ ມີຄວາມສະຫວ່າງຂອງຫນ້າຈໍຢູ່ທີ່ 500cd/m2, ອີກທັ້ງຍັງງາຍໃນການປັບປ່ຽນໄປມາ ລະຫວ່າງໂຫມດ 2ມິຕິ ແລະ 3ມິຕິ.

ທີ່ມາ – Samsung Hub

ລອງອ່ານກ່ຽວກັບ  Samsung Galaxy Tab 8 ແລະ 10ນິ້ວ ເຄາະລາຄາ ຕຽມສູ້ກັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.