ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ RockMelt ໂປຼແກຼມທ່ອງເວັບ ສຳລັບຜູ້ໃຊ້ທີ່ມັກ Socail Network

FREE WARE, ຂ່າວໄອທີ

ຫລັງຈາກທີ່ອອກມາໃຫ້ຜູ້ໃຊ້ ທີ່ໄດ້ຮັບການຊັັກຊວນເຂົ້າຮ່ວມທົດລອງໄປແລ້ວ ສຳລັບໂປຼແກຼມທ່ອງເວັບຢ່າງ RockMelt. ປະຈຸບັນທາງຜູ້ພັດທະນາ RockMelt ກໍ່ເປີດໃຫ້ຜູ້ໃຊ້ທົວໄປສາມາດໂຫລດໄປໃຊ້ງານກັນແລ້ວ. ເຊິ່ງໂປຼແກຼມທ່ອງເວັບຢ່າງ RockMelt ນີ້ ກໍ່ຈະເນັ້ນໄປທີ່ຜູ້ໃຊ້ Social Network ເຊັ່ນ Facebook ແລະ Twitter ເປັນຫລັກ ແລະຈະມີການເຊື່ອມຕໍ່ກັບບັນຊີ Facebook ຂອງຜູ້ໃຊ້ຕະຫລອດເວລາອີກດ້ວຍ, ຈຶ່ງເຮັດໃຫ້ເຮົາບໍ່ພາດທຸກເຫດການ ແລະ ຂໍ້ຄວາມທີ່ຫມູ່ເພື່ອນຂອງເຮົາ ໄດ້ອັບເດດລົງໄປ. ນອກນັ້ນ RockMelt ຍັງມີ Google Chorme ເປັນແກນຫລັກໃນການເຮັດວຽກຂອງມັນທັງຫມົດ ສະນັ້ນ ມັນກໍ່ຈະມີຄວາມໄວພໍໆກັບ Google Chrome ທີ່ເຮົາໃຊ້ຢູ່ທຸກມື້ນີ້ເລີຍ.

ສຳລັບຜູ້ໃຊ້ທີ່ຕ້ອງການດາວໂຫລດມາໃຊ້ງານ ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ http://www.rockmelt.com ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ RockMelt ສາມາດເຂົ້າໄປເບິ່ງໄດ້ທີ່ http://www.souliyo.com/2010/11/rockmelt-the-best-social-network-browser

ທີ່ມາ – RockMelt Blog

ລອງອ່ານກ່ຽວກັບ  Google ເພີ່ມບໍລິການ ໃຫ້ໂທຟຼີເທິງຫນ້າເວັບ Gmail

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.