ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Paul Baran ຜູ້ບຸກເບີກອິນເຕີເນັດ ເສຍຊີວິດແລ້ວ ດ້ວຍໄວ 84ປີ

ຂ່າວໄອທີ

ລ່າສຸດມີລາຍງານອອກມາວ່າ Paul Baran (29 ເມສາ 1926 – 26 ມີນາ 2011) ວິຊາວະກອນ ຜູ້ບຸກເບີກລົບບົບອິນເຕີເນັດ ໃນຊ່ວງປີ 1960 ໄດ້ເສຍຊີວິດລົງແລ້ວໃນວັນທີ່ 26 ມີນາ 2011 (ຕາມເວລາຂອງອາເມລິກາ) ດ້ວຍໄວ 84ປີ, ສາເຫດການຕາຍແມ່ນມາຈາກ ໂລກມະເຮັງປອດ ທີ່ Paul Baran ປະສົບຢູ່ກ່ອນການເສຍຊີວິດ.

Paul Baran ເປັນນັກວິຊາວະກອນ ຫລື ເປັນຫນຶ່ງໃນສາມຂອງຜູ້ສ້າງລະບົບການຮັບສົ່ງຂໍ້ມູນ ທຸກປະເພດ ໂດຍຜ່ານລະບົບເຄຶອຄ່າຍທີ່ຊື່ວ່າ Packet switching ໃນຊ່ວງສົງຄາມໂລກຄັ້ງທີ່ສອງ. ຫລັງຈາກນັ້ນ ກະຊວງກະລາໂຫມຂອງອາເມລິກາ ເບິງເຫັນເຖິງຄວາມມີປະສິບທິພາບ ແລະ ຄວາມສຳຄັນໃນການສົ່ງຂໍ້ມູນຂະຫນາດໃຫຍ່ນີ້ ຈຶງໄດ້ບຸກເບີກໂຄງການ Arpanet (Advanced Research Projects Agency Network ) ຂຶນພາຍໃຕ້ພື້ນຖານ ການພັດທະນາຈາກລະບົບ Packet switching ເຊິ່ງໃນທີ່ສຸດມັນກໍ່ມາເປັນ ລະບົບອິນເຕີເນັດທີ່ເຮົາເຫັນ ແລະ ໃຊ້ກັນທຸກມື້ນີ້.

ທີ່ມາ – Yahoo News

ລອງອ່ານກ່ຽວກັບ  ພາບຫລຸດແທັບເລັດໜ້າຈໍ 7 ນິ້ວແລະ 10 ນິ້ວຈາກ Dell

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.