ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS Game: Overkill ເກມຍິງກັນມັນໆ ທີ່ທູກຄົນຕ້ອງລອງ

FREE WARE, iOS Apps

ມື້ນີ້ກໍ່ເອົາເກມແນວ Action ມາຝາກທ່ານຜູ້ອ່ານທີ່ຕິດຕາມ ຫມວດ iOS Apps ຂອງເວັບໄຊຕ໌, ໂດຍເກມມື້ນີ້ແມ່ນ Overkill. Overkill ເປັນເກມຈາກທາງ Craneballs Studios LLC ເປັນເກມທີ່ປ່ອຍໃຫ້ດາວໂຫລດຟຼີສຳລັບຜູ້ໃຊ້ iPhone, iPod touch ແລະ iPad.

ເລື່ອງລາວໃນເກມນັ້ນ ຜູ້ຫລິ້ນຈະຖືກຮັບບົດເປັນນັກຂ້າ ທີ່ຖືກຈ້າງໄປຕໍ່ຊື້ກັບ ຄົນຮ້າຍ. ທຸກຄົນທີ່ຜູ້ຫລິ້ນໄດ້ຂ້າໄປນັ້ນ ແມ່ນຈະຖືກຈ່າຍຄ່າຫົວໃຫ້ຜູ້ຫລິ້ນ ເພຶ່ອຈະເອົາເງິນນັ້ນໄປຊື້ອາວຸດ ແລະ ອັບເກດສິ່ງຕ່າງໆໄດ້ຕາມຕ້ອງການ. ນອກນັ້ນຫາກຜູ້ຫລິ້ນຍັງສາມາດໃຊ້ເງິນແທ້ ເພຶ່ອຊື້ເງິນໃນເກມໄດ້ອີກດ້ວຍ ເພຶ່ອສຳລັບຄົນທີ່ຕ້ອງການອັບເກດຕົວເອງ ເພຶ່ອໃຫ້ການຕໍ່ສູ້ກັບຄູ່ຕໍ່ສູ້ນັ້ນງ່າຍຂຶ້ນ.

ອຸປະກອນ ແລະ ລະບົບປະຕິບັດການທີ່ຮອງຮັບ:

  • iPhone, iPod touch ແລະ iPad
  • ຕ້ອງເປັນ iOS 3.3.1 ຂຶ້ນໄປ

ດາວໂຫລດ​ – http://itunes.apple.com/us/app/overkill/id421659813?mt=8

ລອງອ່ານກ່ຽວກັບ  iOS 4.2 ປ່ອຍໃຫ້ອັບເດດແລ້ວ ເພີ່ມ Multitasking ໃຫ້ iPad

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.