ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ຈັບມືກັບ Yahoo ເພຶ່ອຮວມ Ovi Mail ເຂົ້າກັບ Yahoo Mail

ຂ່າວໄອທີ

ໂລກໃນວົງການໄອທີປ່ຽນໄປ ບັນດາຍັກໃຫຍ່ທີ່ເຄີຍແຂງຂາໃສ່ກັນ ກໍ່ເລີມຫັນມາຄົບກັນ ແລະ ຈັບມືກັນເພຶ່ອສູ້ກັບບໍລິສັດໃຫມ່ໆ ແລະ ບໍລິສັດທີ່ກຳລັງມາແຮງ. ກ່ອນຫນ້ານີ້ກໍ່ມີຂ່າວອອກມາແລ້ວວ່າ Nokia ໄດ້ຈັບມືກັນ ກັບ Microsoft ໃນຊ່ວງກາງເດືອນກຸມພາ ທີ່ຜ່ານມາ ເພຶ່ອອອກໂທລະສັບມືຖືໂນເກຍທີ່ໃຊ້ລະບົບປະຕິບັດການ Windows Phone 7.

ແຕ່ລ່າສຸດ ກໍ່ເປັນ Nokia ເຊັ່ນເຄີຍແຕ່ເປັນກັບ Yahoo. ເຊິ່ງລ່າສຸດຂ້າພະເຈົ້າ ແລະ ກໍ່ຄິດວ່າອີກຫລາຍໆຄົນທີ່ໃຊ້ບໍລິການ Ovi Mail ອາດຈະໄດ້ຮັບອີເມວແຈ້ງມາບອກວ່າ: “Nokia ກຳລັງຈະຮ່ວມມືກັບ Yahoo ເພຶ່ອຍົກລະດັບປະສົບການ ການໃຊ້ງານ Ovi Mail ຂອງຜູ້ໃຊ້. ເຊິງຍັງບອກອີກວ່າ ຜູ້ໃຊ້ອາດຈະໄດ້ພົບກັບປະສົບການໃຊ້ງານ ທີ່ງ່າຍຂຶ້ນ, ໄວກວ່າໃນການໃຊ້ງານ Ovi Mail ເທິງເວັບໄຊຕ໌, ນອກນັ້ນຍັງຈະມີ instant messaging ຫລື ການແຊັດນັ້ນເອງ ຕິດຢູ່ເທິງເວັບໄຊຕ໌ຂອງ Ovi Mail ແລະ ຍັງຈະສາມາດ ນຳເອົາລາຍຊື່ຫມູ່ ຈາກບໍລິການເມວອື່ນໆ ເພີ່ມເຂົ້າມາໄດ້ເຊັ່ນກັນ. ບໍລິການທັງຫມົດອາດຈະມາໄນບໍ່ເທົ່າໃດອາທິດທາງຫນ້ານີ້

ນອກຈາກນັ້ນກໍ່ເປັນຂໍ້ຄວາມ ທີ່ແຈ້ງມາບອກກ່ຽວກັບ ໃນການໂຍກຍ້າຍເທຶ່ອນີ້ ໃນຂັ້ນຕົ້ນ ອາດຈະພົບມີເມວຫາຍ, ແຕ່ບໍ່ຕ້ອງເປັນຫ່ວງອີເມວທຸກສະບັບຈະຖືກໂອນໄປຍັງລະບົບຂອງ Yahoo ທັງຫມົດແບບປອດໄພ ແລະ ຈະໄດ້ຄືນມາຫລັງຈາການໂຍກຍ້າຍສຳເລັດເສັດສິນ.

ການຈັບມືກັນລະຫວ່າງ Nokia ແລະ Yahoo ຄັ້ງນີ້ອາດຈະເປັນພຽງການຮວມບໍລິການ Email ເຂົ້ານຳກັນເທົ່ານັ້ນ, ແຕ່ສິ່ງທີ່ອາດເຮັດໃຫ້ຫລາຍຄົນສົງໃສ ແລະ ມີຄຳຖາມວ່າ ເປັນຫຍັງບໍ່ຮວມບໍລິການ Ovi Mail ເຂົ້າກັບ Hotmail ຂອງ Microsoft ເພາະຈັງໃດກໍ່ໄດ້ຮ່ວມມືກັນພັດທະນາໂທລະສັບມືຖື ລະບົບປະຕິບັດການ Windows Phone 7 ແລ້ວ. ແລ້ວບໍລິການອື່ນໆຂອງ ທາງ Nokia ຢ່າງເຊັ່ນ Ovi Map ແລະ ອື່ນໆອີກເດ ຈະໄປຮວມກັບ Microsoft ຫມົດບໍ່ ຫລື ຈະແຍກໆເປັນຫລາຍໆເຈົ້າຕໍ່ໄປ. ຈັງໃດກໍ່ຕ້ອງຕິດຕາມເບິງຕໍ່ໄປ ເພາະຕາມຄວາມເຫັນຂອງຜູ້ຂຽນແລ້ວ, ສຸດທ້າຍ ອາດຈະບໍ່ເຫລຶອຊື່ຂອງ Nokia ໃຫ້ເຮົາໄດ້ຮູ້ຈັກ.

 

Mail From: [email protected]

Dear souliyo,

Nokia is partnering with Yahoo! to power and enhance your Ovi Mail experience. In the coming weeks you can enjoy an easier and faster Ovi Mail website, the integration of instant messaging into the mail web experience, and the ability to import your friends’ email addresses from other email services you might already use.
You’re all set to enjoy these service enhancements very soon.

Important to know

Once the transition starts, you will immediately begin receiving new emails into your updated Ovi Mail account, but you may not see your old emails for several days until the transition has finished. Don’t worry because your emails are safe and are being moved to Yahoo!. You will see them in your inbox again once the transfer is complete. We will confirm the completion of the transfer in a separate email.

We’re sorry for any inconvenience that this might cause, but we assure you that this is a temporary situation that will be resolved as soon as the move to Yahoo! is complete.

Thank you for joining us in using the updated Ovi Mail service. We look forward to bringing you further enhancements in the coming weeks!

Sincerely,
Nokia

ລອງອ່ານກ່ຽວກັບ  Chrome OS ຂອງ Google ພ້ອມທີ່ຈະອອກ ທ້າຍປີນີ້ແນ່ນອນ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຍັງງົງຢູ່ວ່າຜູ້ບໍລິຫານຂອງໂນເກຍຫັ້ນກຳລັງຄິດຫຍັງຢູ່ກັນແທ້ ເອນຊ້າຍ ເອນຂວາ ເປັນອັນວ່າບໍ່ແນ່ນອນຄືເດັກກຳລັງຫັດຍ່າງທັ້ງໆທີບໍລິສັດໂຕເອງກະມີຊື່ສຽງເປັນທີ່ຮູ້ຈັກກັນຢ່າງແພ່ຫລາຍທີ່ຜ່ານມາ…
    ຖ້າຍັງມົວແຕ່ເອນໄປເອນມາຢູ່ມີຫວັງເຈັ້ງແທ້ໆ ນີ້ກໍ່ຈະເຂົ້າໄຕມາດສອງລະສິນຄ້າບໍ່ມີຫຍັງມາອອກສູ່ຕະຫລາດເລີຍ

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.