ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອັບເດດ Chrome ມາພ້ອມກັບການປັບປຸງ Logo ແບບໃຫມ່

ຂ່າວໄອທີ

ລ່າສຸດ Google ໄດ້ປ່ອຍສຸດອັບເດດ ສຳລັບ Google Chrome ລຸ້ນສຳລັບ Developer ອອກມາເປັນເວີຊັ່ນ 11.0.696.12 ແລ້ວ. ເຊິ່ງຂ່າວນີ້ກໍ່ບໍ່ມີອັນທີ່ຫນ້າແປກໃຈ ແລະ ແປກໃຫມ່ນອກຈາກການປັບປຸງ ສິ່ງນັ້ນ ສິ່ງນີ້ເລັກນ້ອຍ. ແຕ່ສິ່ງທີ່ແປກຕາກໍ່ຄື Logo ຂອງ Google Chrome ປ່ຽນໄປເປັນແບບໃຫມ່. ເຊິ່ງກ່ອນຫນ້ານີ້ກໍ່ໄດ້ມີລາຍງານວ່າ ໂຄງການ Chromium ຈະປັບປຸງໂລໂກ້ໃຫມ່ເຊິ່ງກໍ່ໄດ້ຫນ້າຕາ ຕາມຮູບດ້ານລຸ່ມນີ້. ສ່ວນສຳລັບ ຜູ້ໃຊ້ Google Chrome ລຸ້ນປົກກະຕິນັ້ນ ຈະຍັງເຫັນໂລໂກ້ແບບເກົ່າຢູ່ ເຊິ່ງອາດຈະເປັນການອັບເດດ ຄັ້ງຕໍ່ໄປ ໃນອານາຄົດ ຈຶ່ງຈະໄດ້ເຫັນໂລໂກ້ໂຕໃຫມ່ນີ້.

ທີ່ມາ – ChromeStory

 

ໂລໂກ້ແບບເກົ່າ ແລະ ໃຫມ່ນັ້ນຢຸ່ດ້ານລຸ່ມນີ້:

ແບບເກົ່າ:

ແບບໃຫມ່:

ລອງອ່ານກ່ຽວກັບ  iOS 4.2.1 ຖືກ Jailbreak ແລ້ວ ໂດຍ redsn0w 0.9.6b4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.