ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MSI ນຳແທັບເລັດ WinPad 1000 A ໄປເຜີຍໃນງານ CeBit 2011

ຂ່າວໄອທີ, ແທັບເລັດ

ລ່າສຸດທາງ MSI ໄດ້ນຳເອົາແທັບເລັດຊື່ລຸ້ນ WinPad 1000 A ໃນງານ CeBit 2011 ທີ່ຈັດຂຶ້ນຢູ່ປະເທດເຢຍລະມັນ. WinPad 1000 A ເປັນແທັບເລັດ ຂະຫນາດ 10ນິ້ວ ເຊິ່ງຈະໃຊ້ຫນ່ວຍປະມວນຜົນ Dual-core Tegra 2 ເຊິ່ງໃນງານນັ້ນ WinPad 1000 A ຈະຍັງໃຊ້ Android 2.2 ຢູ່ເຊິ່ງຕາມລາຍງານບອກວ່າ ຈະອັບເປັນ Android 3.0 Honeycomb ເມຶ່ອຈະອອກວາງຈຳຫນ່າຍ. ສ່ວນລາຄານັ້ນທາງ MSI ຍັງບອກວ່າບໍ່ທັນໄດ້ກຳນົດລາຄາເທຶ່ອ ແຕ່ບອກໄວ້ວ່າລາຄາບໍ່ແພງ ແລະຈະວາງຂາຍລະຫວ່າງທ້າຍເດືອນ ເມສາ ເຖິງຕົ້ນເດືອນພຶດສະພານີ້.

ເຊິງແນ່ນອນ MSI WinPad 1000 A ນີ້ກໍ່ຈະອອກມາສູ້ກັບແທັບເລັດ Android 3.0 ທີ່ອອກມາກ່ອນຫນ້ານີ້ຫລາຍລຸ້ນ. ຈາກທີ່ສັງເກດແລ້ວ ຫນ້າຕາຂອງ MSI WinPad 1000 A ກໍ່ງາມໃຊ້ໄດ້, ຫາກລາຄາບໍ່ແພງກໍ່ອາດຈະຍາດສ່ວນແບ່ງຕະຫລາດໄດ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Google ເປີດໂຕ Google + ບໍລິການເວັບສັງຄົມອອນໄລນ໌ ໃຫມ່ລ່າສຸດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.